ລັດ​ເຊຍ ກ່າວ​ປະ​ນາມ​ແຜນ​ການ​ຊ້ອມ​ຮົບ ຂອງ NATO ຢູ່ ເອີ​ຣົບ

Chia sẻ
(VOVWORLD) -ຄາດວ່າມີພົນທະຫານ ອາເມລິກາປະມານ 20.000 ຄົນ ແລະ ພົນທະຫານຂອງປະເທດອື່ນໆ 17.000 ຄົນ ຈະເຂົ້າຮ່ວມການຊ້ອມຮົບ ຂອງ NATO ຢູ່ ເອີຣົບ.
ລັດ​ເຊຍ ກ່າວ​ປະ​ນາມ​ແຜນ​ການ​ຊ້ອມ​ຮົບ ຂອງ NATO ຢູ່ ເອີ​ຣົບ - ảnh 1  ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດລັດເຊຍ (ພາບ: TTXVN)

        ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດລັດເຊຍ ໄດ້ກ່າວປະນາມແຜນການຂອງ NATO ທີ່ດຳເນີນການຊ້ອມຮົບ “ປ້ອງກັນເອີຣົບ - 2020” ເມື່ອເດືອນເມສາ ແລະ ເດືອນພຶດສະພາຈະມາເຖິງ ແລະ ກ່າວຫາວ່າ ນີ້ແມ່ນແຜນການແນໃສ່ປະຕິບັດ “ໂມງບາດຄ້ອນບັດຕາຍ” ຢູ່ມໍ່ຊາຍແດນລັດເຊຍ. ຄຳວິຈານດັ່ງກ່າວເພື່ອແນໃສ່ໂຕ້ຕອບຂໍ້ມູນຂ່າວສານກ່ຽວກັບແຜນການ ຂອງ NATO ແລະ ອາເມລິກາ ທີ່ດຳເນີນການຊ້ອບຮົບ “ປ້ອງກັນເອີຣົບ - 2020”. ນີ້ຈະແມ່ນການຜັນຂະຫຍາຍພົນທະຫານ ອາເມລິກາ ຄັ້ງໃຫຍ່ທີ່ສຸດຢູ່ເອີຣົບໃນຮອບ 25 ປີທີ່ຜ່ານມາ. ຄາດວ່າມີພົນທະຫານ ອາເມລິກາປະມານ 20.000 ຄົນ ແລະ ພົນທະຫານຂອງປະເທດອື່ນໆ 17.000 ຄົນ ຈະເຂົ້າຮ່ວມການຊ້ອມຮົບດັ່ງກ່າວ.


ຕອບກັບ