ລັດຖະມົນຕີຕ່າງປະເທດໃຫ້ຄຳສຳພາດກ່ຽວກັບການຢ້ຽມຢາມ Kazakhstan ຂອງທ່ານປະທານ ປະເທດ

Chia sẻ
ຕາມ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh ​ແລ້ວ, ການ​ຢ້ຽມຢາມ​ທາງ​ລັດຖະກິດ​​ Kazakhstan ຂອງ​ທ່ານ​ປະທານ​ປະ​ເທດ Truong Tan Sang ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ
ລັດຖະມົນຕີຕ່າງປະເທດໃຫ້ຄຳສຳພາດກ່ຽວກັບການຢ້ຽມຢາມ Kazakhstan ຂອງທ່ານປະທານ ປະເທດ - ảnh 1
(ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh)

(TTX) -     ການ​ຢ້ຽມຢາມ​ທາງ​ລັດຖະກິດ​ Kazakhstan ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ໄດ້​ປະກອບສ່ວນ​ເຮັດ​ໃຫ້​ການ​ພົວພັນ​ລະຫວ່າງຫວຽດນາມ ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ມີ​ການ​ພົວພັນ​ອັນເປັນ​ມູນ​ເຊື້ອ​ຢ່າງ​ເລິກ​ເຊິ​່ງ, ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງ​ທີ 11 ຢ່າງ​​ແທດ​ຈິງ.

        ຕາມ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh ​ແລ້ວ, ການ​ຢ້ຽມຢາມ​ທາງ​ລັດຖະກິດ​​ Kazakhstan ຂອງ​ທ່ານ​ປະທານ​ປະ​ເທດ Truong Tan Sang ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ, ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ,​​ແທດ​ຈິງ. ປະມຸກ​ລັດ​ທັງ​ສອງ​ທ່ານ​ໄດ້​ຢືນຢັນ​ວ່າ ຈະ​ສືບ​ຕໍ່ຕັ້ງໜ້າ​ຊຸກຍູ້​ເພື່ອ​ກ້າວ​ໄປ​​ເຖິງ​ການ​ເຈລະຈາ ​ແລະ ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ (FTA) ​ລະຫວ່າງ​ຫວຽດນາມ ກັບພັນທະ​ພາບ​ພາສີ Kazakhstan - ລັດ​ເຊຍ - ​ເບ​ລາຣຸດ ​ໂດຍ​ໄວ, ຖື​ນີ້​ແມ່ນ​ມາດ​ຕະການມີ​ລັກສະນະ​ບຸກທະລຸ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ຫວຽດນາມ ​ແລະ Kazakhstan ​ໄ​ດ້ລົງ​ນາມເອກະສານ​ຮ່ວມ​ມື​ສຳຄັນ​ບາງ​ສະບັບໃນ​ບັນດາ​ຂົງ​ເຂດ​ຄື ກັກ​ກັນພືດ, ທະນາຄານ, ການ​ບິນ, ຮ່ວມ​ມືຂັ້ນ​ທ້ອງ​ຖິ່ນ, ປະກ​ອບສ່ວນ​ເຮັດ​ສຳ​ເລັດ​ພື້ນຖານ​ນິຕິ​ກຳ​ໃຫ້​ແກ່​ການ​ຮ່ວມ​ມື​ສອງຝ່າຍ​ເທື່ອ​ລະ​ກ້າວ. ຫວຽດນາມ ຊົມ​ເຊີຍ Kazakhstan ຈະ​ເປີດ​ສະຖານທູດ​ປະຈຳ​ຮ່າ​ໂນ້ຍ​ໃນ​ປີ 2013 ​ແລະ ​ເຊື່ອ​ໝັ້ນ​ວ່າ ​ເລື່ອງ​ເປີດ​ສະຖານທູດ​ຈະ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ຢ່າງຮອບ​ດ້ານ​ໃນ​ທຸກ​ຂົງ​ເຂດ. ​ໃນ​​ໄລຍະ​ຈະ​ມາ​ເຖິງ, Kazakhstan ຈະ​ຈັດ “ຊຸມ​ວັນ​ບຸນ​ວັດ​ທະ​ນະທຳ Kazakhstan ຢູ່​ຫວຽດນາມ” ​ໃນ​ປີ 2013.