ລັດຖະມົນຕີການຕ່າງປະເທດອາເມລິກາຢ້ຽມຢາມຟິລິບປິນ

Chia sẻ
ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ໄປ​ຍັງ​ນະ​ຄອນ​ຫຼວງ Manila, ​​ເລີ່​ມຕົ້ນ​ການ​ປະຕິບັດ​ງານ ຟິລິບ​ປິນ
ລັດຖະມົນຕີການຕ່າງປະເທດອາເມລິກາຢ້ຽມຢາມຟິລິບປິນ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry
(ພາບປະກອບ)

(vovworld) – ວັນ​ທີ 17/12, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ໄປ​ຍັງ​ນະ​ຄອນ​ຫຼວງ Manila, ​​ເລີ່​ມຕົ້ນ​ການ​ປະຕິບັດ​ງານ ຟິລິບ​ປິນ. ທ່ານ​ປະທານາທິບໍດີ ຟິລິບ​ປິນ Benigno Aquino 3 ​ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ມີ​ການ​ປຶກສາ​ຫາລື​ເພື່ອ​ແນ​ໃສ່​ເປີດ​ກ້ວາງ, ​ເຮັດ​ໃຫ້ການ​ພົວພັນ 2 ຝ່າຍ​ເລິກ​ເຊິ່ງກ່ວາ​ອີກ, ​ໂດຍລະອຽດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ ​ແລະ ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ. ​ໃນ​ການພົບ​ປະ​ແລກປ່ຽນ, ກໍ່​ເຕື້ອງ​ເຖິງ​ສາຍ​ພົວພັນ​ລະຫວ່າງ​ປະຊາຊົນ 2 ປະ​ເທດ, ບັນ​ຫາ​ອຸປະຖຳ​ມະນຸດສະທຳ, ສົມທົບ​ກັບ​ການ​ຮັບ​ມື​ກັບ​ໄພພິບັດທຳ​ມະ​ຊາດ.

    ກ່ອນ​ໜ້າ​ນັ້ນ​ ​ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ພາຍຫຼັງ​ການ​ເຈລະຈາ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟິລິບ​ປິນ Albert del Rosario, ລັດຖະມົນຕີ​ການ​ຕ່າງປະ​ເທດ Kerry ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ກັບ “ພັນທະ​ມິດ​ສົນທິສັນຍາ​ຫຼັກ​ແຫຼ່ງ” ນີ້​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ບັນດາ​ການ​ທ້າ​ທາຍ​ປ້ອງ​ກັນ​ຄວາມ​ສະຫງົບ​ຮີບ​ດ່ວນ​ທີ່​ສຸດ.

    ​ແລະ​ກໍ່​ໃນ​ວັນ​ທີ 17/12, ທ່ານ Kerry ​ໄດ້​ກ່າວ​ເຕືອນ ຈີນ ບໍ່​ໄດ້​ຈັດ​ວາງ​ເຂດ​ປ້ອງ​ກັນ​ອາກາດ​ໃນ​ທະ​ເລ​ຕາ​ເວັນ​ອອກ ທີ່ຄ້າຍຄືກັນ​ກັບ​ເຂດ​ປ້ອງ​ກັນ​ອາກາດ (ADIZ) ​ເຊິ່ງ ປັກ​ກິ່ງ​ສ້າງ​ຕັ້ງ​ແຕ່​ຝ່າຍ​ດຽວ​ໃນ​ທະ​ເລ​ຮວາ​ຕູ​ງ​ເມື່ອ​ເດືອນ​ 11 ຜ່ານ​ມາ.