ລັດຖະມົນຕີການຕ່າງປະເທດບັນດາປະເທດ NATO ຈັດກອງປະຊຸມບໍ່ເປັນທາງການຢູ່ ແບກແລງ

Chia sẻ
(VOVWORLD) -ຈຸດສຸມຂອງກອງປະຊຸມ ແມ່ນສົງຄາມຂອງ ລັດເຊຍ ຢູ່ ຢູແກຼນ ແລະ “ຄຳນິຍາມຍຸດທະສາດ” ໃໝ່ຂອງ NATO.

ວັນທີ 14 ພຶດສະພາ, ຢູ່ ແບກແລງ, ລັດຖະມົນຕີການຕ່າງປະເທດບັນດາປະເທດຂຶ້ນກັບອົງການສົນທິສັນຍາມະຫາສະຫມຸດອັດລັງຕິກເໜືອ (NATO) ໄດ້ຈັດກອງປະຊຸມບໍ່ເປັນທາງການ. ຈຸດສຸມຂອງກອງປະຊຸມ ແມ່ນສົງຄາມຂອງ ລັດເຊຍ ຢູ່ ຢູແກຼນ ແລະ “ຄຳນິຍາມຍຸດທະສາດ” ໃໝ່ຂອງ NATO. ກ່ຽວກັບ “ຄຳນິຍາມຍຸດທະສາດ” ໃໝ່ຂອງ NATO, ນີ້ໄດ້ຮັບຖືວ່າ ແມ່ນເອກະສານພື້ນຖານສຳຄັນທີ່ສຸດຂອງສຳພັນທະມິດການທະຫານນີ້. ຄຳນິຍາມຍຸດທະສາດຈະໄດ້ເຕື້ອງເຖິງຫຼາຍບັນຫາຄື ການພົວພັນກັບບັນດາປະເທດຄື ລັດເຊຍ ແລະ ຈີນ, ບັນດາບັນຫານາບຂູ່ ແລະ ການປ້ອງກັນ, ສິ່ງທ້າທາຍທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງຂອງກຸ່ມ.

ກອງປະຊຸມກໍ່ປຶກສາຫາລືກ່ຽວກັບຄວາມປາດຖະໜາຢາກເຂົ້າເປັນສະມາຊິກ NATO ຂອງ 2 ປະເທດ ຊູແອດ ແລະ ແຟງລັງ. ຄວາມປາດຖະໜາດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກປະເທດສະມາຊິກ NATO ສ່ວນຫຼາຍ.

ຕອບກັບ