ລັດຖະມົນຕີການ​ຕ່າງປະ​ເທດ​ ຈີນ, ລັດ​ເຊຍ ​ເຈ​ລະ​ຈາ​ຜ່ານ​ທາງ​ໂທລະສັບກ່ຽວກັບ​ການ​ພົວພັນ​ສອງ​ຝ່າຍ

Chia sẻ
(VOVWORLD) -      ວັນທີ 19 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ຄູ່ຕໍາແໜ່ງ ລັດເຊຍ ທ່ານ Sergei Lavrov ໄດ້ດໍາເນີນການເຈລະຈາສອງຝ່າຍຜ່ານທາງໂທລະສັບ. ໃນນັ້ນ, ສອງຝ່າຍໄດ້ເຫັນດີ ເປັນເອກະພາບລົງເລິກການຮ່ວມມືຍຸດທະສາດສອງຝ່າຍ.

        ເມື່ອສະຫຼຸບຄືນບັນດາເນື້ອໃນຕົ້ນຕໍຂອງປີ 2019, ທ່ານຫວາງອີ ໄດ້ເນັ້ນໜັກເຖິງຄວາມໄວ້ເນື້ອເຊື່ອໃຈເຊ່ິງກັນແລະກັນລະຫວ່າງສອງຝ່າຍ ແລະ ບັນດາສາຍພົວພັນສອງຝ່າຍນັບມື້ທີ່ນັບໝັ້ນແກ່ນກວ່າ. ທ່ານ ຫວາງອີ ກໍຢັ້ງຢືນວ່າ, ປັກກິ່ງ ພ້ອມແລ້ວທີ່ຈະສືບຕໍ່ສາຍພົວພັນຮ່ວມມືກັບ ມົດສະກູ ຢ່າງແໜ້ນແຟ້ນ, ໜູນຊ່ວຍເຊິ່ງກັນແລະກັນ ແລະ ແບກຫາບໜ້າທີ່ຄວາມຮັບຜິດຊອບສໍາຄັນໃນການຮັກສາສັນຕິພາບ ແລະ ສະຖຽນລະພາບສາກົນ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Lavrov ໃຫ້ຮູ້ວ່າ ມົດສະກູ ຕີລາຄາສູງຕໍ່ຄວາມຄືບໜ້າສໍາຄັນໃນການພົວພັນລະຫວ່າງ ລັດເຊຍ - ຈີນ ໃນປີ 2019 ແລະ ພ້ອມແລ້ວທີ່ຈະຮ່ວມມືກັບ ປັກກິ່ງ ເພື່ອເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ, ພ້ອມທັງລົງເລິກການຮ່ວມມືຍຸດທະສາດໃນບັນດາຂອບເຂດຫຼາຍຝ່າຍຄື ສປຊ.


ຕອບກັບ