ກອງປະຊມ ຖຶກຈັດຂຶ້ນທາງອອນລາຍ ໃນວັນທີ 1/6 (ພາບ:ANI) |
ກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມບັນດາພື້ນຖານເສດຖະກິດຫາກໍພົ້ນເດັ່ນ (BRICS) ລວມມີ ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟະລິກາໃຕ້ ຖຶກດຳເນີນຕາມຮູບການທາງອອນລາຍໃນວັນທີ 01 ມິຖຸນາ. ນີ້ແມ່ນເຫດການສຳຄັນໃນປີ ອິນເດຍ ເປັນປະທານຂອງກຸ່ມ, ພ້ອມທັງຖືກດໍາເນີນກົງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງເວທີປາໄສດັ່ງກ່າວ ຄົບຮອບ 15 ປີ.
ກ່າວຄຳເຫັນທີ່ກອງປະຊຸມ, ບັນດາລັດຖະມົນຕີການຕ່າງປະເທດຂອງ ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟະລິກາໃຕ້ ໄດ້ເນັ້ນໜັກວ່າ ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນຄືໃນປັດຈຸບັນ, ລັດທິຫຼາຍຝ່າຍ ແມ່ນເຄື່ອງມືທີ່ຈຳເປັນເພື່ອຮັບປະກັນແກ້ໄຂບັນດາບັນຫາໃນການດຳລົງຊີວິດ, ຮັບປະກັນສຸຂະພາບ, ຊີວິດອິນຊີຂອງມະນຸດ ແລະ ເພື່ອອະນາຄົດທີ່ຍືນຍົງຂອງໂລກ. ບັນດາສິ່ງທ້າທາຍສາກົນທີ່ມີການຮ່ວມສຳພັນຫຼາຍຝ່າຍຄືໃນປັດຈຸບັນ ຕ້ອງແກ້ໄຂດ້ວຍລະບົບຫຼາຍຝ່າຍທີ່ໄດ້ຮັບການປະຕິຮູບ ແລະ ປ່ຽນແປງໃໝ່”.
ທີ່ກອງປະຊຸມ, ບັນດາສະມາຊິກ BRICS ກໍສະໜັບສະໜູນການຍົກເວັ້ນຊົ່ວຄາວໃນທົ່ວໂລກ ສຳລັບການອາລັກຂາໃບຢັ້ງຢືນປະດິດແຕ່ງວັກຊິນກັນພະຍາດໂຄວິດ - 19; ພ້ອມທັງຢັ້ງຢືນເຖິງຄວາມຈຳເປັນຕ້ອງການແບ່ງປັນວັກຊິນ, ຖ່າຍທອດເຕັກໂນໂລຢີ, ພັດທະນາກຳລັງຄວາມສາມາດຜະລິດໃຫ້ແກ່ບັນດາປະເທດ ແລະ ລະບົບສະໜອງບັນດາຜະລິດຕະພັນການແພດ.
ຟານຕຸງ - ນັກຂ່າວ VO ປະຈຳ ອິນເດຍ