ທ່ານ Sergei Shoigu ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ (ພາບ: TTXVN) |
ເມື່ອໃຫ້ຄຳວິພາກຜ່ານຊ່ອງໂທລະພາບ “Rossiya - 1” ກ່ຽວກັບການພົວພັນໃນປັດຈຸບັນລະຫວ່່າງ ມົດສະກູ ແລະ NATO, ທ່ານ Shoigu ໃຫ້ຮູ້ວ່າ ປະມານ 5 ປີ ກ່ອນນີ້, ສອງຝ່າຍໄດ້ມີການຮ່ວມມືທີ່ຕັ້ງໜ້າພໍສົມຄວນຢູ່ Brussels ເມື່ອ ລັດເຊຍມີຜູ້ຕາງໜ້າ ຢູ່ NATO. ເຖິງຢ່າງໃດກໍ່ຕາມ, ມາຮອດປັດຈຸບັນ, ນັບມື້ນັບມີຫຼາຍປະເທດຄູ່ຮ່ວມມືຂອງ ລັດເຊີຍ ຢູ່ NATO ຖອນຕົວອອກຈາກບັນດາຂໍ້ຕົກລົງ. ເພາະສະນັ້ນ, ຂົງເຂດຄວາມໝັ້ນຄົງນັບມື້ນັບຖືກຮັດແຄບລົງ.
ການພົວພັນລະຫວ່າງ ລັດເຊຍ - NATO ຍິ່ງຮ້າຍແຮງຂຶ້ນຢ່າງໄວວານັບແຕ່ປີ 2014 ເຊິ່ງກ່ຽວຂ້ອງເຖິງເລື່ອງໂຮມ ແຫຼມ Crimea ເຂົ້າດິນແດນລັດເຊຍ ແລະ ການປະທະກັນຢູ່ພາກຕາເວັນອອກ Ukaine, ຕາມນັ້ນແລ້ວ ຝ່າຍຕາເວັນຕົກຈັດວາງບັນດາຄຳສັ່ງລົງໂທດດ້ານເສດຖະກິດເພື່ອແນໃສ່ ມົດສະກູ.