(vovworld) - ທີ່ການຕ້ອນຮັບທ່ານ Yasuo Fujita, ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈຳຫວຽດນາມ, ໃນຕອນບ່າຍວັນທີ 16/06, ຢູ່ຮ່າໂນ້ຍ, ພົນໂທ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດຫວຽດນາມ ປາດຖະໜາຢາກຊູກຍູ້ການພົວພັນກັບ JICA ກວ່າອີກ; ຢືນຢັນວ່າ, ກະຊວງຕຳຫຼວດຫວຽດນາມ ຈະສືບຕໍ່ຕັ້ງໜ້າສົມທົບກັບຫ້ອງການ JICA ປະຈຳຫວຽດນາມ ຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງ 2 ຝ່າຍຢ່າງມີປະສິດທິຜົນ ແລະ ສ້າງເງື່ອນໄຂໃຫ້ບັນດາການເຄື່ອນໄຫວຂອງຫ້ອງການ JICA ປະຈຳຫວຽດນາມ. ພົນໂທ ໂຕເລີມ ສະແດງຄວາມປາດຖະໜາວ່າ, ໃນຖານະເປັນຫົວໜ້າຫ້ອງການ JICA ປະຈຳຫວຽດນາມ, ທ່ານ Yasuo Fujita ຈະສືບຕໍ່ຊຸກຍູ້ການພົວພັນອັນດີງາມລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ JICA.
ສ່ວນທ່ານ Yasuo Fujita, ຢືນຢັນວ່າ, ຈະສືບຕໍ່ໜູນຊ່ວຍຈົນສຸດຄວາມສາມາດຂອງຕົນປະກອບສ່ວນຊຸກຍູ້ການພົວພັນລະຫວ່າງກະຊວງຕຳຫຼວດຫວຽດນາມ ກັບ JICA ຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ, ປະກອບສ່ວນພັດທະນາການພົວພັນຮ່ວມມືອັນດີງາມລະຫວ່າງ 2 ປະເທດຫວຽດນາມ - ຍີ່ປຸ່ນ.