ຣູມານີ ຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍປະການໃນອາຍຸການດໍາລົງຕໍາແໜ່ງເປັນປະທານ ອີຢູ

Chia sẻ
(VOVWORLD) -ຣູມານີ ຈະດໍາລົງຕໍາແໜ່ງດັ່ງກ່າວ ພາຍໃນ 6 ເດືອນຕົ້ນປີ 2019
ຣູມານີ ຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍປະການໃນອາຍຸການດໍາລົງຕໍາແໜ່ງເປັນປະທານ ອີຢູ - ảnh 1 ທ່ານປະທານຄະນະກໍາມະການອີຢູ Jean-Claude Juncker (ພາບ:AFP)

ວັນທີ 01 ມັງກອນ, ຣູມານີ ໄດ້ຮັບດໍາລົງຕໍາແໜ່ງເປັນປະທານໝູນວຽນຂອງສະຫະພາບເອີຣົບ (ອີຢູ) ຈາກ ໂອຕາລິດ ຢ່າງເປັນທາງການ. ຣູມານີ ຈະດໍາລົງຕໍາແໜ່ງດັ່ງກ່າວ ພາຍໃນ 6 ເດືອນຕົ້ນປີ 2019 ໃນຂະນະ ທີ່ອີຢູ ພວມປະສົບກັບຄວາມຫຍຸ້ງຍາກ ເມື່ອຕ້ອງແກ້ໄຂສິ່ງທ້າທາຍທີ່ຮ້າຍແຮງຫຼາຍຢ່າງ ເຊັ່ນ ເລື່ອງ ອັງກິດ ຖອນຕົວອອກຈາກ ອີຢູ, ການເລືອກຕັ້ງສະພາແຫ່ງຊາດຄັ້ງຕ່າງໆ...

        ນີ້ແມ່ນຄັ້ງທໍາອິດ ທີ່ ຣູມານີ ຮັບດໍາລົງຕໍາແໜ່ງເປັນປະທານອີຢູ ນັບແຕ່ເມື່ອເຂົ້າເປັນສະມາຊິກຂອງກຸ່ມໃນປີ 2007 ມານີ້. ເຖິງຢ່າງໃດກໍຕາມ, ລັດຖະບານຝ່າຍຊ້າຍໃນປັດຈຸບັນ ຢູ່ ຣູມານີ, ພ້ອມດ້ວຍສອງປະເທດບ້ານໃກ້ເຮືອນຄຽງ ແມ່ນ ຮຸງກາຣີ ແລະ ໂປໂລຍ, ລ້ວນແຕ່ມີຄວາມບໍ່ລົງລອຍກັນກັບອີຢູ ກ່ຽວກັບບັນດາການປະຕິຮູບ ທີ່ກໍ່ໃຫ້ເກີດການໂຕ້ຖຽງກັນ.


ຕອບກັບ