ຢູ​ແກຼນ​ເລີ່ມ​ຕົ້ນ​ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ກໍ່ສ້າງປະ​ເທດ​ຄືນ​ໃໝ່

Chia sẻ
(VOVWORLD) -ວັນທີ 23 ກຸມພາ, ທ່ານນາຍົກລັດຖະມົນຕີ ຢູແກຼນ Denys Shmyhal ໄດ້ປະກາດວ່າ ປະເທດນີ້ຄາດວ່າຈະສະໜອງ 4 ຕື້ USD ເພື່ອເລີ່ມປະຕິບັດແຜນການກໍ່ສ້າງປະເທດຄືນໃໝ່, ໃນນັ້ນບັນດາໂຄງການທຳອິດຈະເລີ່ມຕົ້ນແຕ່ລະດູບານໃໝ່ປີນີ້. 
ຢູ​ແກຼນ​ເລີ່ມ​ຕົ້ນ​ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ກໍ່ສ້າງປະ​ເທດ​ຄືນ​ໃໝ່ - ảnh 1ພາບປະກອບ: AFP/TTXVN

ໃນສື່ສັງຄົມອອນລາຍ Telegram, ວັນທີ 23 ກຸມພາ, ທ່ານນາຍົກລັດຖະມົນຕີ ຢູແກຼນ Denys Shmyhal ໄດ້ປະກາດວ່າ ປະເທດນີ້ຄາດວ່າຈະສະໜອງ 4 ຕື້ USD ເພື່ອເລີ່ມປະຕິບັດແຜນການກໍ່ສ້າງປະເທດຄືນໃໝ່, ໃນນັ້ນບັນດາໂຄງການທຳອິດຈະເລີ່ມຕົ້ນແຕ່ລະດູບານໃໝ່ປີນີ້. ຈຳນວນເງິນຈະໄດ້ ນຳໃຊ້ໃນຂົງເຂດພະລັງງານ, ເຮືອນຢູ່, ພື້ນຖານໂຄງລ່າງສຳຄັນ, ການກວດຫາທຳລາຍລູກລະເບີດບໍ່ທັນແຕກ ແລະ ໜູນຊ່ວຍການດຳເນີນທຸລະກິດ. ທ່ານນາຍົກລັດຖະມົນຕີ Denys Shmyhal ໃຫ້ຮູ້ວ່ານັບແຕ່ລະດູບານໃໝ່ນີ້, ບັນດາໂຄງການທຳອິດຈະເລີ່ມໄດ້ລົງມືຈັດຕັ້ງປະຕິບັດ.

ກ່ອນໜ້ານັ້ນ ໃນວັນທີ 20 ກຸມພາ, ກ່າວຄຳເຫັນພາຍຫຼັງການພົບປະກັບທ່ານ ນາງ Kristalina Georgieva ຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນ (IMF) ຢູ່ Kiev, ທ່ານນາຍົກລັດຖະມົນຕີ Denys Shmyhal ໃຫ້ຮູ້ວ່າ ຢູແກຼນ ພວມຊອກຫາໂຄງການໜູນຊ່ວຍຂອງ IMF ໃນຫຼາຍປີ, ດ້ວຍຍອດມູນຄ່າ 15 ຕື້ USD.

ຕອບກັບ