ມາ​ເລ​ເຊຍ ​​ເລື່ອນ​ວັນ​ເວລາ​​ໄຂ​ກອງ​ປະຊຸມ​ນັດ​ສາມັນ​ເທື່ອ​ທໍາ​ອິດ​ຂອງສະພາ​ແຫ່ງ​ຊາດ ປີ 2020

Chia sẻ
(VOVWORLD) -ກອງປະຊຸມສະໄໝສາມັນເທື່ອທໍາອິດປີ 2020 ຂອງສະພາແຫ່ງຊາດ ມາເລເຊຍ ເຊິ່ງຄາດວ່າຈະໄຂຂຶ້ນໃນວັນທີ 09 ມີນາ ຈະມາເຖິງ ນັ້ນແມ່ນຈະໄດ້ເລື່ອນໄປຮອດວັນທີ 18 ພຶດສະພາ.
ມາ​ເລ​ເຊຍ ​​ເລື່ອນ​ວັນ​ເວລາ​​ໄຂ​ກອງ​ປະຊຸມ​ນັດ​ສາມັນ​ເທື່ອ​ທໍາ​ອິດ​ຂອງສະພາ​ແຫ່ງ​ຊາດ  ປີ 2020 - ảnh 1ທ່ານນາຍົກລັດຖະມົນຕີ ມາເລເຊຍ Muhyiddin Yassin (ພາບ: AFP/TTXVN)

        ກ່ອນໜ້ານັ້ນ, ສະພາແຫ່ງຊາດ ມາເລເຊຍ ໄດ້ແຈ້ງໃຫ້ຊາບກ່ຽວກັບແຜນການປະຊຸມ ໃນລະຫວ່າງວັນທີ 09 ມີນາ - 16 ເມສາ ໂດຍກະສັດ Abdullah Ri’auatuddin Al-Mustafa Billah Shah ເປັນຜູ້ກ່າວປາໄສເປີດກອງປະຊຸມ. ເຖິງຢ່າງໃດກໍຕາມ, ພາຍຫຼັງລັດຖະບານ ສໍາພັນທະມິດຄວາມຫວັງ (PH) ຖືກລົ້ມລະລາຍ ແລະ ທ່ານ Muhyiddin Yassin ໄດ້ເປັນນາຍົກລັດຖະມົນຕີນັ້ນ ໄດ້ມີການໂຕ້ຖຽງກັນ, ມີຫຼາຍແຫຼ່ງຂ່າວຖືວ່າ ສະພາແຫ່ງຊາດ ຈະເລື່ອນວັນເວລາຈັດກອງປະຊຸມ ເພື່ອໃຫ້ທ່ານ Muhyiddin ມີເວລາສ້າງຕັ້ງລັດຖະບານ. ນອກຈາກນັ້ນ, ຍ້ອນລັດຖະບານມີການປ່ຽນແປງ, ສະນັ້ນ ບັນດາບັນຫາທີ່ໄດ້ຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນສະພາແຫ່ງຊາດຄັ້ງນີ້ ພິຈາລະນະນັ້ນ ກໍຕ້ອງມີເວລາ ຕື່ມອີກເພື່ອປ່ຽນແປງ ແລະ ເພື່ອໃຫ້ສະມາຊິກຂອງລັດຖະບານໃໝ່ຕອບຄໍາຊັກຖາມ.


ຕອບກັບ