ມາ​ເລ​ເຊຍ ຕີ​ລາ​ຄ​າ​ສູງ ບົດ​ບາດ​ປະ​ທານ ອາ​ຊຽນ ຂອງ ຫວຽດ​ນາມ

Chia sẻ
(VOVWORLD) -ທ່ານນາງ Kamsiah Kamaruddin - ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ອາຊຽນ ໄດ້ຕີລາຄາວ່າ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວທີ່ກ່ຽວຂ້ອງ ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ ໄດ້ປະສົບຜົນສຳເລັດຢ່າງຈົບງາມ.
ມາ​ເລ​ເຊຍ ຕີ​ລາ​ຄ​າ​ສູງ ບົດ​ບາດ​ປະ​ທານ ອາ​ຊຽນ ຂອງ ຫວຽດ​ນາມ - ảnh 1 ທ່ານນາງ Kamsiah Kamaruddin - ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ອາຊຽນ 

ໂດຍບໍ່ຫົວຊາຕໍ່ບັນດາຂໍ້ຈຳກັດຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ, ກອງປະຊຸມໄດ້ ເຕົ້າໂຮມປະມຸລັດ ແລະ ຜູ້ນຳລັດຖະບານຂອງທັງ 10 ປະເທດ ອາຊຽນ, ລັດຖະມົນຕີການຕ່າງປະເທດ 10 ປະເທດ ແລະ ຜູ້ຕາງໜ້າຂອງ 8 ປະເທດຄູ່ເຈລະຈາ. ທ່ານນາງ Kamsiah Kamaruddin - ເອກອັກຄະລັດຖະທູດ ມາເລເຊຍ ຕີລາຄາສູງບົດບາດເປັນປະທານ ອາຊຽນ 2020 ຂອງ ຫວຽດນາມ ແລະ ຖືວ່າ ປີ 2020 ເປັນປີທີ່ໄດ້ສ້າງຂີດໝາຍ“ເຫຼືອທຳມະດາ” ສຳລັບ ອາຊຽນ ແລະ ໂລກ. ໃນສະພາບການທີ່ເກີດໂລກລະບາດໂຄວິດ - 19, ຫວຽດນາມ ໄດ້ສະແດງໃຫ້ເຫັນກຳລັງຄວາມສາມາດຂອງການນຳພາໃນວຽກງານຮັບປະກັນພາກພື້ນໃຫ້ມີຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມື ກັບບັນດາສິ່ງທ້າທາຍດັ່ງກ່າວ, ຖືບົດບາດໃຈກາງຂອງ ອາຊຽນ ແລະ ຜົນປະໂຫຍດຂອງປະຊາຊົນເປັນຈຸດສຸມ.


ຕອບກັບ