ບັນດາຜູ້ແທນຢ້ຽມຊົມບັນດາຮູບຖ່າຍດີເດັ່ນ - ພາບ: VGP |
ບັນດາຮູບຖ່າຍທີ່ໄດ້ຮັບລາງວັນເວົ້າສະເພາະ ແລະ ບັນດາຮູບຖ່າຍທີ່ເຂົ້າຮ່ວມການປະກວດເວົ້າລວມ ແມ່ນມີເນື້ອໃນອຸດົມສົມບູນ, ສະແດງໃຫ້ເຫັນທຸກດ້ານໃນຊີວິດການເປັນຢູ່ຂອງປະຊາຊົນຢູ່ທົ່ວທຸກແຫ່ງຂອງປະເທດ. ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຢືນຢັນວ່າ:
“ສຳລັບໝາກຜົນທີ່ບັນລຸໄດ້ຈາກການປະກວດ “ຄວາມເອກອ້າງທະນົງໃຈເຂດຊາຍແດນ” ໃນຄັ້ງນີ້, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາມີພື້ນຖານ ເພື່ອສົມທົບກັນທະວີຄູນແຜ່ຂະຫຍາຍຄວາມໝາຍຄຸນຄ່າຂອງການຈັດຕັ້ງການປະກວດໃຫ້ທຸກປີຕໍ່ໄປ. ຄະນະໂຄສະນາສຶກສາສູນກາງ ສົມທົບກັບກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຄົ້ນຄວ້າ ສືບຕໍ່ປ່ຽນແປງໃໝ່ວິທີການຈັດຕັ້ງບັນດາການປະກວດຈະມາເຖິງ ທັງຮັບປະກັນລັກສະນະລະດົມສົ່ງເສີມບັນດານັກຖ່າຍຮູບ ທັງຮັບຮູ້ເຊີດຊູບັນດາກຳລັງພວມເວນຍາມພວມປົກປັກຮັກສາເຂດຊາຍແດນຂອງປະເທດຊາດທັງເວັນແລະຄືນ”.