ມີຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 133 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ​ຢູ່​ຕ່າງ​ປະ​ເທດ

Chia sẻ
(VOVWORLD) - ທ່ານ ຫງວຽນວັນຈຸງ ຫົວໜ້າສະຖານກົງສູນໃຫຍ່ ໃຫ້ຮູ້ວ່າ ການເຄື່ອນໄຫວ ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ພົບປະແລກປ່ຽນລະຫວ່າງສະມາຄົມຊາວຫວຽດນາມອາໄສຢູ່ 4 ແຂວງພາກໃຈ້ ລາວ.
ມີຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 133 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ​ຢູ່​ຕ່າງ​ປະ​ເທດ - ảnh 1ການສະເຫຼີມສະຫຼອງ133 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ໄດ້ຈັດຂຶ້ນຢູ່ ໝູ່ບ້ານມິດຕະພາບ ໄທ ຫວຽດນາມ

ວັນທີ 19 ພຶດສະພາດ ການສະເຫຼີມສະຫຼອງ133 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນຢູ່ຕ່າງປະເທດ (19/5/1890 –19/5/2023) ໂດຍຊາວຫວຽດນາມອາໄສຢູ່ຫຼາຍປະເທດ ແລະ ເຂດແຄ້ວນ ຈັດຂຶ້ນດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ.

ແຂວງອັດຕະປື, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ປາກເຊ ໄດ້ສົມທົບກັຊາວຫວຽດນາມ ອາໄສຢູ່ 4 ແຂວງພາກໃຕ້ລາວ ຈັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນຢູ່ຕ່າງປະເທດ (19/5/1890 –19/5/2023). ຄະນະໄດ້ຈັດຕັ້ງການຖະຫວາຍທູບທຽນ, ດອກໄມຂຶ້ນວິນຍານປະທານໂຮ່ຈີມິນ. ເນື່ອງໃນໂອກາດນີ້, ໄດ້ດຳເນີນການແຂ່ງຂັນບານເຕະມິດຕະພາບຂອງຊາວຫວຽດນາມອາໄສຢູ່ 4 ແຂວງ ພາກໃຕ້ລາວປີ 2023. ທ່ານ ຫງວຽນວັນຈຸງ ຫົວໜ້າສະຖານກົງສູນໃຫຍ່ ໃຫ້ຮູ້ວ່າ ການເຄື່ອນໄຫວໄດ້ຈັດຂຶ້ນກົງກັບວັນທີ 19 ພຶດສະພາ ເພື່ອແນໃສ່ສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນຢູ່ຕ່າງປະເທດ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ພົບປະແລກປ່ຽນລະຫວ່າງສະມາຄົມຊາວຫວຽດນາມອາໄສຢູ່ 4 ແຂວງພາກໃຈ້ ລາວ.

ແລະກໍ່ໃນວັນດຽວກັນ, ຢູ່ໝູ່ບ້ານມິດຕະພາບ ໄທ ຫວຽດນາມ (ຂຶ້ນກັບຕາແສງ Nong Yat, ເມືອງ Mueang, ແຂວງ Nakhon Phanom); ຢູ່ສຳນັກງານເທດສະບານ Horne Saliby ຂຶ້ນກັບແຂວງ Trnava, ສ.ເຊັກໂກ; ຢູ່ Saint Petersburg, ສະຫະພັນລັດເຊຍ ກໍ່ໄດ້ຈັດຂຶ້ນບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ.

ຕອບກັບ