ມີ​ຜູ້​ແທນ 180 ທ່ານ ເຂົ້າ​ຮ່ວມກອງ​ປະ​ຊຸມ ASEM ກ່ຽວ​ກັບ​ການ​ຊຸກຍູ້ພັດ​ທະ​ນາ​ຢ່າງໂດຍກວມລວມ

Chia sẻ
(VOVWORLD) - ກອງປະຊຸມໄດ້ສະແດງໃຫ້ເຫັນການປະກອບສ່ວນທີ່ມີຄວາມໝາຍຂອງ ຫວຽດນາມ ໃຫ້ແກ່ຄວາມມານະພະຍາຍາມທົ່ວໂລກເວົ້າລວມ ແລະ ການຮ່ວມມື ASEM ເວົ້າສະເພາະ, ພ້ອມທັງສ້າງເງື່ອນໄຂເພື່ອເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ ກັບ ບັນດາປະເທດສະມາຊິກ ASEM ໃຫ້ຫຼາຍກ່ວາອີກ.

ຕອນເຊົ້າ ວັນທີ 15 ພຶດສະພາ, ຢູ່ນະຄອນ ຍາຈາງ (ແຂວງແຄ໊ງຮ່ວາ), ກະຊວງການຕ່າງປະເທດ ໄດ້ຈັດຕັ້ງການພົບປະກັບສື່ມວນຊົນເພື່ອຖະແຫຼງຂ່າວກ່ຽວກັບກອງປະຊຸມ ASEM (ເວທີປາໄສອາຊີ - ເອີລົບ) ດ້ວຍຫົວຂໍ້ວ່າ “ຊຸກຍູ້ ການພັດທະນາໂດຍກວມລວມກ່ຽວກັບເສດຖະກິດ ແລະ ສັງຄົມຢູ່ ອາຊີ ແລະ ເອີລົບ”, ໄດ້ດຳເນີນໃນລະຫວ່າງວັນທີ 16 – 17 ພຶດສະພາຢູ່ນະຄອນ ຍາຈາງ, ໂດຍມີການເຂົ້າຮ່ວມຂອງຜູ້ແທນ 180 ທ່ານທີ່ມາຈາກ 53 ປະເທດ ສະມາຊິກ ASEM, ບັນດາອົງການຈັດຕັ້ງສາກົນ ແລະ ໃນ ພາກພື້ນ.

        ກອງປະຊຸມແມ່ນຂໍ້ລິເລີ່ມ ແລະ ຂໍ້ສະເໜີ ຂອງ ຫວຽດນາມ, ໂດຍກະຊວງການຕ່າງປະເທດສົມທົບກັບກະຊວງແຮງງານ - ທະຫານຜູ້ເສຍອົງຄະ ແລະ ສັງຄົມ, ກະຊວງແຜນການ ແລະ ການລົງທຶນພ້ອມກັບຄະນະກຳມະການປະຊາຊົນແຂວງແຄ໊ງຮ່ວາຈັດຕັ້ງຂຶ້ນ.

        ເນື້ອໃນຂອງກອງປະຊຸມແມ່ນບັນຫາຊຶ່ງໄດ້ຮັບຄວາມສົນໃຈຈາກປະຊາຄົມສາກົນຢ່າງຫຼວງຫຼາຍ, ພ້ອມທັງສະແດງບົດບາດນຳໜ້າ ຂອງ ASEM, ປະກອບສ່ວນເຂົ້າຄວາມມານະພະຍາຍາມຂອງສາກົນໃນການຫັນບັນດາຄຳໝັ້ນສັນຍາກ່ຽວກັບການພັດທະນາແບບຍືນຍົງ, ກວມລວມເສດຖະກິດ - ສັງຄົມໃຫ້ປະກົດຜົນເປັນຈິງ, ປະຕິບັດໂຄງການດຳເນີນ 2030 ຂອງ ສະຫະປະຊາຊາດໃຫ້ມີປະສິດທິຜົນ. ສຳລັບຫວຽດນາມ, ກອງປະຊຸມໄດ້ສະແດງໃຫ້ເຫັນການປະກອບສ່ວນທີ່ມີຄວາມໝາຍຂອງ ຫວຽດນາມ ໃຫ້ແກ່ຄວາມມານະພະຍາຍາມທົ່ວໂລກເວົ້າລວມ ແລະ ການຮ່ວມມື ASEM ເວົ້າສະເພາະ, ພ້ອມທັງສ້າງເງື່ອນໄຂເພື່ອເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ ກັບ ບັນດາປະເທດສະມາຊິກ ASEM ໃຫ້ຫຼາຍກ່ວາອີກ.

ຕອບກັບ