ມີ​ຊາວ​ຫວຽດ​ນາມ ກວ່າ 340 ຄົນ​ກັບ​ມາ​ຈາກ ສ.ເກົາ​ຫລີ ຖື​ກ​ແຍກ​ຕົວ​ຢູ່ ບາກລຽວ

Chia sẻ
(VOVWORLD) -ຈຳນວນຄົນດັ່ງກ່າວ ສ່ວນຫລາຍແມ່ນ ແຮງງານສິ້ນສຸດສັນຍາ, ຜູ້ເຖົ້າ, ຄົນເຈັບ, ນັກຮຽນນັກສຶກສາ, ແມ່ຍິງຖືພາ, ເດັກມີອາຍຸຕ່ຳກວ່າ 18 ປີ ຖືກຕົກຄ້າງ ຍ້ອນບັນດາບໍລິສັດການບິນສາກົນຢຸດຕິການເຄື່ອນໄຫວ ຍ້ອນໂລກລະບາດໂຄວິດ 19. 
ມີ​ຊາວ​ຫວຽດ​ນາມ ກວ່າ 340 ຄົນ​ກັບ​ມາ​ຈາກ ສ.ເກົາ​ຫລີ ຖື​ກ​ແຍກ​ຕົວ​ຢູ່ ບາກລຽວ - ảnh 1ມີຊາວຫວຽດນາມ ກວ່າ 340 ຄົນກັບມາຈາກ ສ.ເກົາຫລີ ຖືກແຍກຕົວຢູ່ ບາກລຽວ

ຕອນຄ່ຳວັນທີ 13 ມີນາ ທ່າອາກາດສະຍານ ເກີນເທີ ຕ້ອນຮັບ 2 ຖ້ຽວບິນຂອງບໍລິສັດການບິນ Vietjet Air ຂົນສົ່ງຊາວຫວຽດນາມ ກວ່າ 340 ຄົນ ກັບມາຈາກ ສ.ເກົາຫລີ. ຈຳນວນຄົນດັ່ງກ່າວ ສ່ວນຫລາຍແມ່ນ ແຮງງານສິ້ນສຸດສັນຍາ, ຜູ້ເຖົ້າ, ຄົນເຈັບ, ນັກຮຽນນັກສຶກສາ, ແມ່ຍິງຖືພາ, ເດັກມີອາຍຸຕ່ຳກວ່າ 18 ປີ ຖືກຕົກຄ້າງ ຍ້ອນບັນດາບໍລິສັດການບິນສາກົນຢຸດຕິການເຄື່ອນໄຫວ ຍ້ອນໂລກລະບາດໂຄວິດ 19. ພາຍຫລັງ ເຮືອບິນ ລົງຈອດຢ່າງປອດໄພ, ຈຳນວນຊາວຫວຽດນາມ ດັ່ງກ່າວ ຖືກສົ່ງໄປແຍກຕົວຢູ່ ແຂວງ ບາກລຽວ ຕາມການກຳນົດ.

ຕອບກັບ