ຟື້ນຟູຕະຫລາດສົ່ງອອກກຸ້ງ

Chia sẻ
(VOVWORLD) -  ແຕ່ຕົ້ນປີ 2020 ມາຮອດປັດຈຸບັນ, ການຜັນແປຂອງອາກາດແດດຮ້ອນ, ນ້ຳທະເລຊຶມແກ່ຍາວເປັນເວລາຫລາຍເດືອນ ເຮັດໃຫ້ບັນດາເຂດລ້ຽງກຸ້ງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ. 
ຟື້ນຟູຕະຫລາດສົ່ງອອກກຸ້ງ - ảnh 1ການຜະລິດກຸ້ງເພື່ອສົ່ງອອກຢູ່ແຂວງ ເຮົ້າຢາງ  (ພາບ: TTXVN)

ນອກນັ້ນ, ໂລກລະບາດໂຄວິດ-19 ກໍ່ເຮັດໃຫ້ການສົ່ງອອກກຸ້ງຖືກຜົນສະທ້ອນ, ພາໄປເຖິງວົງເງິນການຄ້າຫລຸດລົງ. ຕໍ່ໜ້າບັນດາຄວາມຫຍຸ້ງຍາກດັ່ງກ່າວ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສະເໜີໃຫ້ບັນດາທ້ອງຖິ່ນ, ສະຫະສະມາຄົມ, ວິສາຫະກິດສິນໃນນ້ຳ, ນັບແຕ່ນີ້ຈົນຮອດທ້າຍປີ ຄວນສຸມໃສ່ຢ່າງຂ້ຽວຂາດເຂົ້າໃນການລ້ຽງປູກ ເພື່ອຮັບປະກັນໃຫ້ເນື້ອທີ່ລ້ຽງກຸ້ງບັນລຸໄດ້ປະມານ 730.000 ເຮັກຕາ, ປະລິມານການຜະລິດໃຫ້ໄດ້ 830.000 ໂຕນ. ໄປຄຽງຄູ່ກັນນັ້ນ, ຄວນຂຸດຄົ້ນບັນດາຕະຫລາດສົ່ງອອກໃຫ້ເປັນຢ່າງດີຄື: ອີຢູ, ອາເມລິກາ, ຍີ່ປຸ່ນ, ຈີນ ແລະ ເອົາໃຈໃສ່ເຖິງຕະຫລາດໃໝ່ຄື: ລັດເຊຍ, ໂປໂລຍ; ພ້ອມທັງ, ເອົາໃຈໃສ່ເຖິງການຈຳໜ່າຍຜະລິດຕະພັນກຸ້ງຢູ່ຕະຫລາດພາຍໃນປະເທດໃຫ້ເປັນຢ່າງດີ…ສູ້ຊົນບັນລຸເປົ້າໝາຍວົງເງິນສົ່ງອອກກຸ້ງໃຫ້ໄດ້ປະມານ 3,5 ຕື້ USD ໃນປີ 2020, ເພີ່ມຂຶ້ນ 2 – 3% ເມື່ອທຽບໃສ່ປີ 2019.

ຕອບກັບ