ກອງປະຊຸມປຶກສາຫາລືກ່ຽວກັບບັນດາມາດຕະການຟື້ນຟູການທ່ອງທ່ຽວ G20 ເພື່ອແນໃສ່ປະກອບສ່ວນຟື້ນຟູພື້ນຖານເສດຖະກິດທົ່ວໂລກ (ພາບ: g20.org) |
ແຈ້ງຂ່າວອອກໃນວັນທີ 10 ພຶດສະພາ, ທ່ານ Sandiaga Salahuddin Uno ລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ເສດຖະກິດປະດິດຄິດສ້າງປະເທດ ປະທານ G20 ອິນໂດເນເຊຍ ໃຫ້ຮູ້ວ່າ, ກ່ອນອື່ນໝົດ ບັນດາປະເທດຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍໃນອະນາຄົດດ້ວຍການປະຕິບັດວິທີການສຳຜັດຫຼາຍຝ່າຍ ເພື່ອແນໃສ່ພັດທະນາການທ່ອງທ່ຽວແບບຍືນຍົງ. ທີສອງແມ່ນ ເພີ່ມທະວີບົດບາດຂອງປະຊາຄົມການທ່ອງທ່ຽວຄືດັ່ງປັດໄຈຊຸກຍູ້ການຟື້ນຟູພື້ນຖານເສດຖະກິດ. ທີສາມແມ່ນ ສ້າງຂັ້ນຕອນຮັບປະກັນການທ່ອງທ່ຽວຢ່າງປອດໄພໃນໄລຍະເກີດໂລກລະບາດໂຄວິດ - 19.
ເພື່ອ ກຳນົດທິດດັ່ງກ່າວໃຫ້ປະກົດຜົນເປັນຈິງ, ບັນດາປະເທດ G20 ພວມເຂົ້າຮ່ວມຂັ້ນຕອນ ການສ້າງ “ຊຸດແນະນຳ ບາລີ ກ່ຽວກັບການເພີ່ມທະວີການເຄື່ອນໄຫວປະຊາຄົມ ແລະ ວິສາຫະກິດ ດ້ວຍບົດບາດແມ່ນປັດໄຈຫັນປ່ຽນການທ່ອງທ່ຽວ - ຖືມະນຸດເປັນໃຈກາງ” (ເອີ້ນຫຍໍ້ວ່າ ຊຸດແນະນຳ ບາລີ).