ພາສີ ຫວຽດນາມ ສະເໜີ 2 ຂໍ້ລິເລີ່ມໃນແຜນການດຳເນີນງານພາສີ ASEM ໄລຍະ 2020 – 2021

Chia sẻ
(VOVWORLD) - ດ້ວຍຖານະເປັນປະເທດເຈົ້າພາບ ແລະ ປະທານຈັດຕັ້ງກອງປະຊຸມຫົວໜ້າກົມໃຫຍ່ພາສີເວທີປາໄສຮ່ວມມື ອາຊີ - ເອີຣົບ ຄັ້ງທີ 13 (ASEM 13),

ຂະແໜງພາສີ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັ້ງໜ້າ, ຄວາມເປັນເຈົ້າການເຂົ້າຮ່ວມໃນວິວັດການສ້າງການກຳນົດທິດເຄື່ອນໄຫວໃຫ້ແກ່ການຮ່ວມມືພາສີ ASEM ໃນໄລຍະຈະມາເຖິງ ດ້ວຍການສະເໜີ 2 ຂໍ້ລິເລີ່ມໃນແຜນການດຳເນີນງານພາສີ ASEM ໄລຍະ 2020 – 2021.

ພາສີ ຫວຽດນາມ ສະເໜີ 2 ຂໍ້ລິເລີ່ມໃນແຜນການດຳເນີນງານພາສີ ASEM ໄລຍະ 2020 – 2021 - ảnh 1 ຄະນະ ຫວຽດນາມ (ພາບ: ອິນເຕີແນັດ)

        ກ່າວຄຳເຫັນທີ່ກອງປະຊຸມຫົວໜ້າກົມໃຫຍ່ພາສີ ASEM ຄັ້ງທີ 13 ພວມດຳເນີນໄປຢູ່ແຂວງ ກ໋ວາງນິງ, ທ່ານ ຫງວຽນວັນເກິ່ນ, ຫົວໜ້າກົມໃຫຍ່ພາສີ ຫວຽດນາມ ໃຫ້ຮູ້ວ່າ: ກອງປະຊຸມໄດ້ກວດກາຄືນໝາກຜົນແຫ່ງການຜັນຂະຫຍາຍບັນດາໂຄງການດຳເນີນງານພາສີ ASEM ໄລຍະປີ 2018 – 2019 ແລະ ເຫັນດີເປັນເອກະພາບຕໍ່ແຜນການດຳເນີນງານພາສີ ASEM ໄລຍະປີ 2020 – 2021.

        ຕາມນັ້ນແລ້ວ, ແຜນການດຳເນີນງານພາສີ ASEM ໄລຍະປີ 2020 – 2021 ຈະລວມມີບັນດາຂົງເຂດຄື: ຜ່ານແດນ, ການຄຸ້ມຄອງພາສີຢູ່ບັນດາທ່າກ່ຳປັ່ນທາງຜ່ານ, ກົນໄກປະຕູດຽວໃນສະພາບການນຳໃຊ້ປັນຍາປະດິດ ແລະ ເຕັກໂນໂລຊີລະບົບ (blockchain), ການຄ້າເອເລັກໂຕນິກຜ່ານຊາຍແດນ, ສະກັດກັ້ນການຂົນສົ່ງຢາເສບຕິດຜິດກົດໝາຍຜ່ານທາງແຈກຢາຍເມດ່ວນເຊື່ອມຕໍ່ ASEM ຜ່ານກົນໄກແບ່ງປັນ ແລະ ແລກປ່ຽນຂໍ້ມູນຂ່າວສານ…

ຕອບກັບ