ພະເຈົ້າຈັກກະພັດຍີ່ປຸ່ນ Naruhito ແລະ ພະມະເຫສີ Masako ຢ້ຽມຢາມ ອິນໂດເນເຊຍ

Chia sẻ
(VOVWORLD) - ນີ້ແມ່ນການຢ້ຽມຢາມຂັ້ນສູງທາງລັດຖະກິດທຳອິດຂອງຜູ້ນຳພະບໍລົມວົງສານຸວົງ ຍີ່ປຸ່ນ ນັບແຕ່ເວລາຂຶ້ນຄອງລາຊາສົມບັດໃນປີ 2019.
ພະເຈົ້າຈັກກະພັດຍີ່ປຸ່ນ Naruhito ແລະ ພະມະເຫສີ Masako ຢ້ຽມຢາມ ອິນໂດເນເຊຍ - ảnh 1ພະເຈົ້າຈັກກະພັດຍີ່ປຸ່ນ Naruhito ແລະ ພະມະເຫສີ Masako
(ພາບ: Kyodo/TTXVN)

        ວັນທີ 09 ມິຖຸນາ, ລັດຖະບານ ຍີ່ປຸ່ນ ໄດ້ແຈ້ງໃຫ້ຊາບວ່າ, ພະເຈົ້າຈັກກະພັດຍີ່ປຸ່ນ Naruhito ແລະ ພະມະເຫສີ Masako ມີແຜນການໄປຢ້ຽມຢາມ ອິນໂດເນເຊຍ ແຕ່ວັນທີ 17-23 ມິຖຸນາ. ນີ້ແມ່ນການຢ້ຽມຢາມຂັ້ນສູງທາງລັດຖະກິດທຳອິດຂອງຜູ້ນຳພະບໍລົມວົງສານຸວົງ ຍີ່ປຸ່ນ ນັບແຕ່ເວລາຂຶ້ນຄອງລາຊາສົມບັດໃນປີ 2019. ການເດີນທາງໄປຢ້ຽມຢາມໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໃນການຢ້ຽມຢາມ ໂຕກຽວ ເມື່ອປີ 2022.

        ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ຢືນຢັນວ່າ, ການຢ້ຽມຢາມຄັ້ງນີ້ຂອງພະເຈົ້າຈັກກະພັດຍີ່ປຸ່ນ Naruhito ແລະ ພະມະເຫສີ Masako ຈະຊ່ວຍເພີ່ມທະວີສາຍພົນພັນມິດຕະພາບ ແລະ ເຈດຕະນາດີກັບ ອິນໂດເນເຊຍ, ໃນສະພາບສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຍີ່ປຸ່ນ ແລະ ອາຊຽນ, ກັບ ອິນໂດເນເຊຍ ເປັນປະເທດປະທານ ອາຊຽນ 2023.

ຕອບກັບ