ບັນດາຕອນວີດີໂອກ່ຽວກັບເຫດບຸກໂຈມຕີ ກໍ່ໃຫ້ເຫັນບັນດາລົດຫຸ້ນເກາະ ດ້ວຍສັນຍາລັກຂອງ ອາຣັບບິ ຊະອຸດິ, ອາວຸດ ແລະ ຍຸດທະພັນ ເຊິ່ງພວກກະບົດ Houthi ຢັ້ງຢືນວ່າ ຢຶດເອົາໄດ້.
ກຸ່ມກະບົດ Houthi (ພາບ: AFP/TTXVN) |
ກ່າວຄຳເຫັນທີ່ກອງປະຊຸມຂ່າວໃນວັນດຽວກັນ, ທ່ານ Yahia Sarie ໂຄສົກຂອງ Houthi ໃຫ້ຮູ້ວ່າ: ກຳລັງນີ້ ໄດ້ຈັບຕົວນັກຮົບກ່ວາ 2000 ຄົນ, ແຕ່ບໍ່ຍົກອອກພະຍານຫຼັກຖານ ເພື່ອພິສູດຄຳຖະແຫຼງດັ່ງກ່າວ. ມາຮອດປັດຈຸບັນ, ອາຣັບບິ ຊະອຸດິ ຍັງບໍ່ທັນ ຢັ້ງຢືນຂໍ້ມູນຂ່າວກ່ຽວກັບເຫດບຸກໂຈມຕີດັ່ງກ່າວເທື່ອ.