ພິທີເປີດສະໜອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ເຊິ່ງເປັນຂອງຂວັນຂອງລັດຖະບານ ຫວຽດນາມ

Chia sẻ
(VOVWORLD) - ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ສິງຫາ ປີ 2022, ມີເນື້ອທີ່ 6,5 ເຮັກຕາ, ດ້ວຍຈຳນວນເງິນລົງທຶນກວ່າ 10 ລ້ານ USD.
ພິທີເປີດສະໜອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ເຊິ່ງເປັນຂອງຂວັນຂອງລັດຖະບານ ຫວຽດນາມ  - ảnh 1ກິດຈະກຳວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ
(ພາບ: TTXVN)

          ຕອນບ່າຍວັນທີ 29 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ທ່ານລັດຖະມົນຕີ ກະຊວງຕຳຫຼວດ ຫວຽດນາມ ໂຕເລີມ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕຳຫຼວດ ລາວ ວິໄລ ລາຄຳຟອງ ໄດ້ເປັນປະທານພິທີມອບ-ຮັບກິດຈະກຳວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ, ເຊິ່ງເປັນຂອງຂວັນຂອງລັດຖະບານ ຫວຽດນາມ ມອບໃຫ້ກະຊວງຕຳຫຼວດ ລາວ.

          ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ສິງຫາ ປີ 2022, ມີເນື້ອທີ່ 6,5 ເຮັກຕາ, ດ້ວຍຈຳນວນເງິນລົງທຶນກວ່າ 10 ລ້ານ USD. ໂຄງການດັ່ງກ່າວໄດ້ຕອບສະໜອງພື້ນຖານດ້ານວັດທຸ, ບຳລຸງສ້າງ, ສິດສອນ ແລະ ຮ່ຳຮຽນດ້ວຍຂອບຂະໜາດ 150 ພະນັກງານ, ຄູອາຈານ ແລະ 1,200 ນັກສຶກສາຕໍ່ປີ. ກະຊວງຕຳຫຼວດ ຫວຽດນາມ ຈະສົມທົບກັບກະຊວງຕຳຫຼວດ ລາວ ສ້າງຫຼັກສູດການສອນ ແລະ ສົ່ງນັກຊ່ຽວຊານມາຊ່ວຍວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ໃນໄລຍະຈະມາເຖິງ. ວັນທີ 26 ກັນຍາ, ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ໄດ້ເປີດສົກຮຽນທຳອິດ.

ຕອບກັບ