ພິທີເຊັນບົດບັນທຶກຊ່ວຍຈຳລະຫວ່າງກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ແລະກົມສຳເນົາເອກະສານແຫ່ງຊາດລາວ

Dieu Hong
Chia sẻ
(VOVWORLD) - ຕອນບ່າຍວັນທີ 15/5, ທີ່ສຳນັກງານກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ຂຶ້ນກັບກະຊວງພາຍໃນ ສສ ຫວຽດນາມ ໄດ້ຈັດຕັ້ງພິທີເຊັນບົດບັນທຶກຊ່ວຍຈຳກ່ຽວກັບແຜນການຮ່ວມມືລະຫວ່າງ ກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ແລະ ກົມສຳເນົາເອກະສານແຫ່ງຊາດ ລາວ. 
ພິທີເຊັນບົດບັນທຶກຊ່ວຍຈຳລະຫວ່າງກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ແລະກົມສຳເນົາເອກະສານແຫ່ງຊາດລາວ - ảnh 1 ພິທີລົງນາມລະຫວ່າງ 2 ຝ່າຍ

ກ່າວຄຳເຫັນທີ່ພິທີ, ທ່ານ ດັ້ງແທງຕູ່ງ, ຫົວໜ້າກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ເນັ້ນໜັກວ່າ:

        “ຫວນຄືນໄລຍະທາງແຫ່ງການຮ່ວມມືລະຫວ່າງກົມສຳເນົາເອກະສານ 2 ປະເທດໃນໄລຍະຜ່ານມາ, ພວກເຮົາມີຄວາມປິຕິຊົມຊື່ນຕໍ່ບັນດາຜົນງານຂອງການຮ່ວມມືເຊິ່ງກົມເອກະສານ ແລະ ສຳເນົາແຫ່ງລັດ ຫວຽດນາມ ແລະ ກົມສຳເນົາເອກະສານແຫ່ງຊາດ ລາວ. ຄຽງຂ້າງການແລກປ່ຽນຄະນະປະຕິບັດງານ, ຄະນະນັກຊ່ຽວຊານໄດ້ແບ່ງປັນບົດຮຽນດ້ານວິຊາສະເພາະ, ກົມສຳເນົາເອກະສານ 2 ປະເທດ ຫວຽດນາມ ແລະ ລາວ ຍັງປະຕິບັດບັນດາເນື້ອໃນການຮ່ວມມືກ່ຽວກັບການບຳລຸງສ້າງ, ຝຶກອົບຮົມ ຍົກສູງລະດັບວິຊາສະເພາະ, ແລກປ່ຽນຂໍ້ມູນຂ່າວສານ, ເອກະສານວິຊາສະເພາະຂະແໜງສຳເນົາ”

ຕອບກັບ