ພິທີເຄົາລົບທຸງຍາມຕົ້ນປີໃໝ່ໄດ້ຮັບການຈັດຂຶ້ນຢ່າງສັກກາລະບູຊາ ຢູ່ເຂດຊາຍແດນ,ທະເລໝູ່ເກາະ

Chia sẻ
(VOVWORLD) - ວັນທີ 10 ກຸມພາ, ກົງກັບວັນທີ 1 ບຸນເຕັດປີມະໂລງ,ມີພະນັກງານ, ນັກຮົບນັບພັນຄົນ ຢູ່ 21 ໝູ່ເກາະ, ສະຖານທີ່ຕັ້ງທັບ 33ແຫ່ງ, ພໍ່ແມ່ປະຊາຊົນຊາວປະມົງເຈື່ອງຊາ ແລະ ພະນັກງານ, ນັກຮົບຢູ່ເຮືອນຍາມ DK1 ໄດ້ປະຕິບັດພິທີເຄົາລົບທຸງຍາມຕົ້ນປີໃໝ່
ພິທີເຄົາລົບທຸງຍາມຕົ້ນປີໃໝ່ໄດ້ຮັບການຈັດຂຶ້ນຢ່າງສັກກາລະບູຊາ ຢູ່ເຂດຊາຍແດນ,ທະເລໝູ່ເກາະ - ảnh 1ພິທີເຄົາລົບທຸງ (ພາບ: ຫງວຽນແຄັ້ງ)

ພິທີເຄົາລົບທຸງ ອະທິປະໄຕຍາມ ຕົ້ນປີໃໝ່ແມ່ນ ພິທີສັກກາລະບູຊາ,ສະແດງໃຫ້ເຫັນນ້ຳໃຈຮັກຊາດ, ຈິດໃຈຄວາມຮັບຜິດຊອບຂອງນາຍທະຫານແຕ່ລະຄົນ ແລະ ຄວາມຕັດສິນໃຈຂອງໝູ່ຄະນະພະນັກງານ, ນັກຮົບແຕ່ລະກົມກອງ ໃນການປະສົບຜົນສຳເລັດດ້ວຍໄຊຊະນະຫຼາຍຢ່າງໃນປີໃໝ່.         

ວັນທີ 10 ກຸມພາ, ກົງກັບວັນທີ 1 ບຸນເຕັດປີມະໂລງ,ມີພະນັກງານ, ນັກຮົບນັບພັນຄົນ ຢູ່ 21 ໝູ່ເກາະ, ສະຖານທີ່ຕັ້ງທັບ 33ແຫ່ງ, ພໍ່ແມ່ປະຊາຊົນຊາວປະມົງເຈື່ອງຊາ ແລະ ພະນັກງານ, ນັກຮົບຢູ່ເຮືອນຍາມ DK1 ໄດ້ປະຕິບັດພິທີເຄົາລົບທຸງຍາມຕົ້ນປີໃໝ່. ຢູ່ເທດສະບານເຈື່ອງຊາ,ມີພະລັກງານ, ນັກຮົບ, ຄູບ່າ, ຊາວປະມົງ, ຄູສອນແລະ ນ້ອງໆນັກຮຽນນັບຮ້ອຍຄົນ ໄດ້ເຂົ້າຮ່ວມພິທີເຄົາລົບທຸງຊາດ.

ພາຍຫຼັງພິທີເຄົາລົບທຸງ, ບັນດາພະນັກງານ, ນັກຮົບ ໄດ້ເຂົ້າຮ່ວມການສະແດງມວຍ ແລະ ການລະຫຼິ້ນພື້ນເມືອງ, ບັນດາຄູສອນ ແລະ ນັກຮຽນໃນໝູ່ເກາະໄດ້ໄປຢ້ຽມຢາມວັດວາອາຮາມ; ບັນດາຄູບ່າຈັດພິທີພາວະນາຂໍໃຫ້ ປະຊາຊົນມີຄວາມຢູ່ເຢັນເປັນສຸກ, ປະເທດຊາດມີການວັດທະນາຖາວອນຈະເລີນຮຸງເຮືອງ. ກໍ່ໃນຕອນເຊົ້າວັນທີ 1 ບຸນເຕັດ,ເກາະແຫ່ງຕ່າງໆຄື: ນາມອຽດ, ຊິງໂຕນ,ຊອງຕືໄຕ, ດ້າໄຕອາ, ເຊີນກາ… ພ້ອມກັນຈັດຕັ້ງພິທີເຄົາລົບທຸງຍາມຕົ້ນປີໃໝ່.

ຕອບກັບ