ພິ​ທີ​ວາງ​ພວງ​ມາ​ລາ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ຢູ່​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ

ນັກ​ຂ່າວ VOV ປະ​ຈຳ ລາວ ແລະ ໝີ​ບິ່ງ
Chia sẻ
(VOVWORLD) -  9 ໂມງເຊົ້າຂອງວັນທີ 25 ກໍລະກົດ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ ໂດຍທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ, ຮອງປະທານປະເທດ ນຳໜ້າ ເຂົ້າວາງພວງມາລາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.
ພິ​ທີ​ວາງ​ພວງ​ມາ​ລາ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ຢູ່​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ - ảnh 1ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ ເຂົ້າວາງພວງມາລາໄວ້ອາໄລ

ໂດຍຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ຂຽນໃສ່ປຶ້ມໄວ້ອາໄລ, ທ່ານ ບຸນທອງ ຈິດມະນີ ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທ່ານເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນລາວ ຂໍຈົດຈຳຄຸນງາມຄວາມດີ ແລະ ການປະກອບສ່ວນຢ່າງໃຫຍ່ຫຼວງ ແລະ ລ້ຳຄ່າຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ, ຫວຽດນາມ - ລາວ ໃນຕະຫຼອດໄລຍະຜ່ານມາ.

ພິ​ທີ​ວາງ​ພວງ​ມາ​ລາ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ຢູ່​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ - ảnh 2 ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ລາວ ຂຽນໃສ່ປຶ້ມໄວ້ອາໄລ 

        ຕາງໜ້າຄະນະຜູ້ແທນລັດຖະບານ ລາວ ໂດຍທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ນຳໜ້າ ພ້ອມດ້ວຍຜູ້ແທນບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ນະຄອນຫຼວງ ວຽງຈັນ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ສະຖານທູດ, ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ນະຄອນຫຼວງ ວຽງຈັນ ກໍໄດ້ເຂົ້າວາງພວງມາລາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຊັ່ນດຽວກັນ.

ພິ​ທີ​ວາງ​ພວງ​ມາ​ລາ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ຢູ່​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ - ảnh 3ຕາງໜ້າສະຖານທູດ ແລະ ບັນດາອົງການກ່ຽວຂ້ອງເຂົ້າວາງພວງມາລາໄວ້ອາໄລ

        ມື້ນີ້, ບັນດາອົງການຂອງລາວ ກໍພ້ອມກັນປະຕິບັດພິທີຫຼຸດທຸງລົງເຄິ່ງເສົາ ເລີ່ມຕົ້ນ 2 ມື້ໄວ້ອາໄລລະດັບຊາດ ເພື່ອອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ຕອບກັບ