ພິ​ທີ​ວາງ​ພວງ​ມາ​ລາ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໄດ້​ຈ​ັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຕາມ​ພິ​ທີ​ລະ​ດັບ​ຊາດ

Chia sẻ
(VOVWORLD) - ວັນທີ 25 ກໍລະກົດ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດພິທີງານສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕາມພິທີລະດັບຊາດ. ຄະນະງານສົບລວມມີ 35 ສະຫາຍ ໂດຍທ່ານ ໂຕເລິມ ກຳມະການກົມການເມືອງ, ປະທານປະເທດ ແຫ່ງ ສສ. ຫວຽດນາມ ເປັນຫົວໜ້າຄະນະ. ຄະນະຈັດຕັ້ງງານສົບລວມມີ 27 ສະຫາຍ, ໂດຍທ່ານ ເລືອງເກື່ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງ ເປັນຫົວໜ້າຄະນະ.

ພິທີວາງພວງມາລາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຈັດຂຶ້ນຢູ່ຫໍຈັດງານສົບແຫ່ງຊາດ, ເຮືອນເລກທີ 5 ຖະໜົນ ເຈິ່ນແທັງຕົງ, ນະຄອນ ຮ່າໂນ້ຍ, ເລີ່ມແຕ່ເວລາ 7 ໂມງ ຫາ 22 ໂມງ ຂອງວັນທີ 25 ກໍລະກົດ ແລະ ແຕ່ 7 ໂມງ ຫາເວລາ 13 ໂມງ ຂອງວັນທີ 26 ກໍລະກົດ 2024.

ກໍໃນເວລາດຽວກັນ,  ພິທີວາງພວງມາລາກໍໄດ້ດຳເນີນຢູ່ຫໍປະຊຸມ ທົງເຍິດ (ນະຄອນ ໂຮ່ຈີມິນ) ແລະ ຢູ່ບ້ານເກີດຂອງທ່ານເລຂາທິການໃຫຍ່ ທີ່ຕາແສງ ດົງໂຮ້ຍ, ເມືອງ ດົງແອັງ, ນະຄອນ ຮ່າໂນ້ຍ.

ພິ​ທີ​ວາງ​ພວງ​ມາ​ລາ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໄດ້​ຈ​ັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຕາມ​ພິ​ທີ​ລະ​ດັບ​ຊາດ - ảnh 1ຄອບຄົວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນຳໂດຍທ່ານນາງ ໂງທິເມີ້ນ, ພັນລະຍາຂອງທ່ານເລຂາທິການໃຫຍ່ ເຂົ້າວາງພວງມາລາ

ເລີ່ມຕົ້ນພິທີວາງພວງມາລາ ຢູ່ຫໍຈັດງານສົບແຫ່ງຊາດ, ຄອບຄົວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນຳໂດຍທ່ານນາງ ໂງທິເມີ້ນ, ພັນລະຍາຂອງທ່ານເລຂາທິການໃຫຍ່ ເຂົ້າວາງພວງມາລາ.

ເມື່ອກ່າວປາໄສດຳເນີນພິທີວາງພວງມາລາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ່າງເປັນທາງການ, ທ່ານ ເລືອງເກື່ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງງານສົບ, ເນັ້ນໜັກວ່າ:

“ເກືອບ 60 ປີແຫ່ງການເຄື່ອນໄຫວປະຕິວັດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີຄຸນງາມຄວາມດີ ແລະ ອຸທິດສ່ວນຢ່າງໃຫຍ່ຫຼວງ, ດີເລີດພິເສດ ຕໍ່ພາລະກິດແຫ່ງການປະຕິວັດທີ່ສະຫງ່າອົງອາດຂອງພັກ ແລະ ຂອງຊາດ ຫວຽດນາມ. ທ່ານເລຂາທິການໃຫຍ່ ໄດ້ຮັບຫຼຽນໄຊ ດາວເຫຼືອງ, ຫຼຽນກາອາຍຸພັກ 55 ປີ ຈາກ ພັກ, ລັດ ຫວຽດນາມ ແລະ ຫຼາຍຫຼຽນໄຊ, ຫຼຽນກາອັນສູງສົ່ງອື່ນໆຈາກສາກົນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈາກໄປ ແມ່ນການສູນເສຍຢ່າງໃຫຍ່ຫຼວງ ສຳລັບ ພັກ, ລັດ, ປະຊາຊົນ ຫວຽດນາມ ພ້ອມດ້ວຍຄອບຄົວ ໂດຍບໍ່ມີສິ່ງໃດສາມາດທົດແທນໄດ້. ໂດຍສະແດງຄວາມໂສກເສົ້າເສຍດາຍ ແລະ ຄວາມອາໄລອາວອນຢ່າງສຸດຊື້ງຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ສະພາແຫ່ງຊາດ ຫວຽດນາມ, ປະທານປະທານປະເທດ ຫວຽດນາມ,ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຕົກລົງຈັດພິທີງານສົບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ດ້ວຍພິທີລະດັບຊາດ”.

ພາຍຫຼັງຄຳກ່າວປາໄສຂອງທ່ານ ເລືອງເກື່ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງງານສົບ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂດຍທ່ານ ໂຕເລິມ ກຳມະການກົມການເມືອງ, ປະທານປະເທດ ຫວຽດນາມ  ເປັນຫົວໜ້າຄະນະໄດ້ເຂົ້າວາງພວງມາລາ. ແຖວໜັງສືໃນພວງມາລາ ໄດ້ຂຽນໄວ້ວ່າ: “ຂໍສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊື້ງ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ”. 

ພິ​ທີ​ວາງ​ພວງ​ມາ​ລາ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໄດ້​ຈ​ັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຕາມ​ພິ​ທີ​ລະ​ດັບ​ຊາດ - ảnh 2ທ່ານ ເລືອງເກື່ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ກ່າວຄຳປາໄສ 

ຖັດຈາກນັ້ນ, ຄະນະລັດຖະບານແຫ່ງ ສສ. ຫວຽດນາມ ໂດຍທ່ານ ຟ້າມມິງຈິງ  ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ເປັນຫົວໜ້າຄະນະ; ຄະນະປະທານປະເທດ ແຫ່ງ ສສ ຫວຽດນາມ ໂດຍທ່ານ ໂຕເລິມ, ກຳມະການກົມການເມືອງ, ປະທານປະເທດ ເປັນຫົວໜ້າຄະນະ; ຄະນະສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ເຈິ່ນແທັງເໝິນ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ເປັນຫົວໜ້າຄະນະ; ຄະນະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານ ໂດ໊ວັນຈຽນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນຫົວໜ້າຄະນະ ເຂົ້າວາງພວງມາລາ.

ເມື່ອຂຽນປຶ້ມໄວ້ອາໄລ, ທ່ານປະທານປະເທດ ໂຕເລິມ ຂຽນວ່າ: “ຂ້າພະເຈົ້າຮູ້ສຶກອາໄລອາວອນສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ - ລູກຮັກຂອງຊາດ ຫວຽດນາມ, ການນຳປີຊາສາມາດ, ນັກການເມືອງກອມມູນິດຈົ່ງຮັກພັກດີ, ເປັນແບບຢ່າງທີ່ດີເດັ່ນ, ມີການຮ່ຳຮຽນຢ່າງບໍ່ຢຸດຢັ້ງ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ, ຜູ້ມີອິດທິພົນຊື່ສຽງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ເພື່ອນມິດທີ່ຍິ່ງໃຫຍ່ຂອງປະຊາຊົນໂລກ; ຜູ້ທີ່ໄດ້ອຸທິດສ່ວນຕະຫຼອດຊີວິດ, ສຸດຈິດສຸດໃຈ ເພື່ອປະເທດຊາດ, ເພື່ອພັກ, ເພື່ອປະຊາຊົນ, ມີຄຸນງາມຄວາມດີຢ່າງຫຼວງຫຼາຍ  ແລະ ການອຸທິດສ່ວນອັນໃຫຍ່ຫຼວງ ໃຫ້ແກ່ພາລະກິດແຫ່ງການປະຕິວັດຂອງພັກ ແລະ ປະຊາຊົນ, ໃຫ້ຂະບວນການກອມມູນິດສາກົນ ແລະ ການຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາໃນພາກພື້ນ ແລະ ໂລກ”. ທ່ານປະທານປະເທດ ໂຕເລິມ ໄດ້ຢັ້ງຢືນວ່າ ຊື່, ພາລະກິດ, ບຸກຄະລິກກະພາບ ແລະ ບັນດາການອຸທິດສ່ວນອັນໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຝັງເລິກໃນດວງໃຈຂອງປະຊາຊົນ, ໃນປະຫວັດສາດອັນອົງອາດກ້າຫານຂອງຊົນຊາດ ຫວຽດນາມ ອະລິຍະກຳ ແລະ ວິລະຊົນ ຊົ່ວກາລະນານ.

ພິ​ທີ​ວາງ​ພວງ​ມາ​ລາ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໄດ້​ຈ​ັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຕາມ​ພິ​ທີ​ລະ​ດັບ​ຊາດ - ảnh 3ຄະນະການນຳຫວຽດນາມ ກະກຽມເຂົ້າວາງພວງມາລາ (ພາບ: VOV)

ໃນປຶ້ມໄວ້ອາໄລ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງ, ການອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດແຫ່ງການປະຕິວັດຂອງປະຊາຊົນ, ຂອງຊົນຊາດ, ໃຫ້ແກ່ພາລະກິດສ້າງສາ, ປົກປັກຮັກສາ ປະເທດຊາດໃນຍຸກສະໄໝໃໝ່ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນຈະປະຕິບັດຕາມແບບຢ່າງຂອງທ່ານເລຂາທິການໃຫຍ່, ສາມັກຄີ, ທ້ອນໂຮມເປັນເອກະພາບ, ຮ່ວມແຮງຮ່ວມໃຈ ດ້ວຍຄວາມຕັດສິນໃຈສູງ, ມານະພະຍາຍາມ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສູ້ຊົນຈົນສຸດຄວາມສາມາດຂອງຕົນ ເພື່ອປົກປັກຮັກສາ ແລະ ສ້າງສາ ປະເທດສັງຄົມນິຍົມ ຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ, ປະຊາຊົນ ຫວຽດນາມ ໃຫ້ນັບມື້ນັບມີຄວາມອີ່ມໜຳສຳລານ, ສົມບູນພູມສຸກ.

ເມື່ອຂຽນປຶ້ມໄວ້ອາໄລ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຢັ້ງຢືນວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະຫຼະເວລາ, ເຫື່ອແຮງ, ພູມປັນຍາຕໍ່ບັນຫາປ່ຽນແປງໃໝ່ການຈັດຕັ້ງ, ຍົກສູງປະສິດທິຜົນຂອງການເຄື່ອນໄຫວຂອງສະພາແຫ່ງຊາດ; ມີການກຳນົດທິດສຳຄັນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ການເມືອງຂອງປະເທດຊາດ ແລະ ຄວາມມຸ່ງຫວັງ, ຄວາມໄວ້ເນື້ອເຊື່ອໃຈຂອງຜູ້ມີສິດເລືອກຕັ້ງ, ປະຊາຊົນທົ່ວປະເທດ ໃຫ້ເປັນຢ່າງດີ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ ແມ່ນຄວາມສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ເຮັດໃຫ້ພໍ່ແມ່ປະຊາຊົນ, ພໍ່ແມ່ພີ່ນ້ອງ ແລະ ເພື່ອນມິດສາກົນ ຮູ້ສຶກໂສກເສົ້າ…

ໂດຍຕາງໜ້າໃນຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ທ່ານຜູ້ປະຈຳການຄະນະເລຂາທິການສູນກາງ ເລືອງເກື່ອງ, ຮອງຫົວໜ້າຄະນະຊີ້ນຳ, ໄດ້ຂຽນໃສ່ປຶ້ມໄວ້ອາໄລຢັ້ງຢືນວ່າ ແນວຄິດ, ຄຸນສົມບັດ, ບຸກຄະລິກກະພາບ, ແບບແຜນການດຳລົງຊີວິດຂອງທ່ານເລຂາທິການໃຫຍ່ ຍັງຄົງແມ່ນ “ເຂັມທິດເຍືອງທາງ”, ເປັນແບບຢ່າງໃຫ້ແກ່ທົ່ວພັກ, ທົ່ວກອງທັບ ແລະ ປວງຊົນ ຫວຽດນາມ ຮ່ຳຮຽນຕາມ, ຢຶດໝັ້ນເດັດດ່ຽວສະກັດກັ້ນ, ຍູ້ຖອຍການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ກໍ່ສ້າງພັກ, ລັດ ຫວຽດນາມ ໃຫ້ນັບມື້ນັບປອດໃສ, ໝັ້ນຄົງເຂັ້ມແຂງ.

ໃນຈຸດເວລາດຽວກັນ, ພິທີວາງພວງມາລາ, ຖະຫວາຍດອກໄມ້, ທູບທຽນອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂດພາກໃຕ້ ໄດ້ດຳເນີນຢູ່ສະໜາມຫຼວງ ໂທ້ງເຍິດ, ນະຄອນໂຮ່ຈີມິນ. ທ່ານເລຂາຄະນະພັກນະຄອນ ຫງວຽນແທັງເນັນ ໄດ້ນຳໜ້າຄະນະຜູ້ແທນຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ແລະ ບັນດາທ່ານອະດີດການນຳພັກ, ລັດ ຢູ່ນະຄອນໂຮ່ຈີມິນ ເຂົ້າວາງພວງມາລາ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ..

ຢູ່ບ້ານເກີດ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຢູ່ໝູ່ບ້ານ ລ້າຍດ່າ, ຕາແສງ ດົ່ງໂຮ້ຍ, ເມືອງ ດົງແອັງ, ຮ່າໂນ້ຍ, ແຕ່ຕອນເຊົ້າວັນທີ 25 ກໍລະກົດ, ມີປະຊາຊົນຫຼາຍຄົນໄດ້ມາວາງພວງມາລາ ໄວ້ອາໄລ ທ່ານເລຂາທິການໃຫຍ່. ຢູ່ລຽບຕາມສອງຟາກທາງແຕ່ສຳນັກງານຕາແສງ ດົງໂຮ້ຍ ໄປຫາໝູ່ບ້ານລ້າຍດ່າ, ປະຊາຊົນລ້ວນແຕ່ເອົາທຸງລົງເຄິ່ງເສົາ ເພື່ອອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ.

ພິ​ທີ​ວາງ​ພວງ​ມາ​ລາ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໄດ້​ຈ​ັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຕາມ​ພິ​ທີ​ລະ​ດັບ​ຊາດ - ảnh 4ຄະນະຜູ້ແທນປະເທດ ກຸຍບາ (ພາບ: VOV)

ໃນວັນດຽວກັນ, ມີຫຼາຍປະເທດໄດ້ຈັດສົ່ງຄະນະຜູ້ແທນ ມາວາງພວງມາລາ ໄວ້ອາໄລ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ເຮືອນເລກທີ 5 ຖະໜົນເຈິ່ນແທັງຕົງ, ຮ່າໂນ້ຍ.

ຄະນະຜູ້ແທນສູງສຸດຂອງພັກ, ລັດ ລາວ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ເປັນຫົວໜ້າຄະນະ ໄດ້ເຂົ້າວາງພວງມາລາໄວ້ອາໄລ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ໄປພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຍັງມີພັນລະຍາ ທ່ານນາງ ນາລີ ສີສຸລິດ.

ພິ​ທີ​ວາງ​ພວງ​ມາ​ລາ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໄດ້​ຈ​ັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຕາມ​ພິ​ທີ​ລະ​ດັບ​ຊາດ - ảnh 5ຄະນະຜູ້ແທນຂັ້ນສູງພັກ, ລັດ ລາວເຂົ້າວາງພວງມາລາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ທ່ານປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາສູງ ກຳປູເຈຍ Hun Sen, ອະດີດນາຍົກລັດຖະມົນຕີ ກຳປູເຈຍ, ໄດ້ນຳໜ້າຄະນະ ກຳປູເຈຍ ເຂົ້າວາງພວງມາລາ.

ພິ​ທີ​ວາງ​ພວງ​ມາ​ລາ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໄດ້​ຈ​ັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຕາມ​ພິ​ທີ​ລະ​ດັບ​ຊາດ - ảnh 6ທ່ານປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາສູງ ກຳປູເຈຍ Hun Sen, ອະດີດນາຍົກລັດຖະມົນຕີ ກຳປູເຈຍ, ໄດ້ນຳໜ້າຄະນະ ກຳປູເຈຍ ເຂົ້າວາງພວງມາລາ.

ຄະນະຜູ້ແທນລັດ ກຸຍບາ ໂດຍທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hernandez ນຳໜ້າ, ຄະນະຜູ້ແທນລັດ ສ.ອິນໂດເນເຊຍ ໂດຍທ່ານລັດຖະມົນຕີກະຊວງກະສິກຳ Andi Amran Sulaiman ເປັນຫົວໜ້າຄະນະ; ທ່ານນາຍົກລັດຖະມົນຕີ Han Duck-soo ທູດພິເສດຂອງປະທານາທິບໍດີ ສ.ເກົາຫຼີ, ນຳໜ້າຄະນະຜູ້ແທນ ສ.ເກົາຫຼີ ເຂົ້າວາງພວງມາລາ ໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ຖັດຈາກນັ້ນ, ທ່ານນາງ Sue Lines ປະທານສະພາສູງ ອົດສະຕາລີ ໄດ້ນຳໜ້າຄະນະຜູ້ແທນ ອົດສະຕາລາ ເຂົ້າວາງພວງມາລາ ໄວ້ອາໄລ; ຄະນະຜູ້ແທນ ສ.ອິນເດຍ ໂດຍທ່ານ Ajit Doval ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອິນເດຍ ເປັນຫົວໜ້າຄະນະເຂົ້າວາງພວງມາລາ. ທ່ານ Laïd Rebiga ລັດຖະມົນຕີກະຊວງນັກຮົບເກົ່າ ແລະ ຜູ້ມີຄຸນງາມຄວງາມດີຂອງ ອານເຊຣີ ຕາງໜ້າທ່ານປະທານາທິບໍດີ Abdelmadjid Tebboune ເຂົ້າວາງພວງມາລາ ໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ຄະນະຜູ້ແນນ ສ.ວານູອາຕູ ໂດຍທ່ານ Arnold Kiel Loughman, ລັດຖະມົນຕີກະຊວງຍຸຕິທຳ ເປັນຫົວໜ້າຄະນະເຂົ້າວາງພວງມາລາ; ຄະນະຜູ້ແທນສະວິດໂດຍທ່ານ Alexandre Fasel, ລັດຖະມົນຕີກະຊວງການຕ່າງປະເທດ ນຳໜ້າຄະນະເຂົ້າວາງພວງມາລາ. ຄະນະສະຫະພາບ ເອີລົບ ໂດຍທ່ານ Josep Borrell, ຮອງປະທານຄະນະກຳມະການເອີລົບ, ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງສະຫະພາບ ເອີລົບ ເປັນໜ້າຄະນະຜູ້ແທນເຂົ້າໄວ້ວາງພວງມາລາ ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.  ນອກຈາກນັ້ນ, ມີບາງຄະນະຜູ້ແທນສາກົນ, ເຊັ່ນ: ອິນໂດເນເຊຍ, ອິນເດຍ, ວານອາຕູ, ອານເຊຣີ, ສະວິດ, ນິວຊີແລນ, ສປປ.ເກົາຫຼີ, ມຽນມາ… ກໍໄດ້ເຂົ້າວາງພວງມາລາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຊັ່ນດຽວກັນ.

ພິ​ທີ​ວາງ​ພວງ​ມາ​ລາ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໄດ້​ຈ​ັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຕາມ​ພິ​ທີ​ລະ​ດັບ​ຊາດ - ảnh 7ທ່ານ Josep Borrell, ຮອງປະທານຄະນະກຳມະການເອີລົບ (ພາບ: VOV)

ຄະນະຜູ້ແທນ ສປ. ຈີນ ໂດຍ ທ່ານ ຫວາງຫູໜິງ, ກຳມະການຜູ້ປະຈຳການກົມການເມືອງສູນກາງພັກກອມມູນິດ ຈີນ, ທ່ານປະທານສະພາປຶກສາການເມືອງ ປະຊາຊົນແຫ່ງຊາດ ຈີນ, ຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ເປັນຫົວໜ້າຄະນະຜູ້ແທນພັກກອມມູນິດ ຈີນ ເຂົ້າວາງພວງມາລາ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ຄະນະສະຫະພັນ ລັດເຊຍ ໂດຍທ່ານຮອງປະທານສະພາຕ່ຳ Pyotr Tolstoy ແລະ ທ່ານຮອງປະທານພັກກອມມູນິດ ສະຫະພັນ ລັດເຊຍ Leonid Kalashnikov ນຳໜ້າ ເຂົ້າວາງພວງມາລາ.

ພິ​ທີ​ວາງ​ພວງ​ມາ​ລາ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໄດ້​ຈ​ັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຕາມ​ພິ​ທີ​ລະ​ດັບ​ຊາດ - ảnh 8ຄະນະຜູ້ແທນ ຈີນ ເຂົ້າວາງພວງມາລາໄວ້ອາໄລ

  ກໍ່ໃນວັນດຽວກັນ, ຄະນະຜູ້ແທນຄະນະພັກຕຳຫຼວດສູນກາງ ກະຊວງຕຳຫຼວດ ໂດຍທ່ານພົນໂທ ເລືອງຕາມກວາງ, ເລຂາຄະນະພັກຕຳຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ ເປັນຫົວໜ້າຄະນະ; ຄະນະຜູ້ແທນຄະນະພັກກອງທັບສູນກາງ, ກະຊວງປ້ອງກັນປະເທດ ໂດຍທ່ານພົນເອກ ຟານວັນຢາງ ຮອງເລຂາຄະນະພັກກອງທັບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ; ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນການຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ໂດຍທ່ານ ເລືອງເກື່ອງ ຜູ້ປະຈຳການຄະນະເລຂາທິການ (ຮອງຫົວໜ້າຄະນະຊີ້ນຳ) ນຳໜ້າ; ຄະນະພັກນະຄອນ, ຄະນະກຳມະການປະຊາຊົນ, ສະພາປະຊາຊົນ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ນະຄອນຮ່າໂນ້ຍ ໂດຍທ່ານ ນາງ ບຸຍທິມິງຮ່ວາຍ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ເປັນຫົວໜ້າຄະນະ ເຂົ້າວາງພວງມາລາ ໄວ້ອາໄລ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທີ່ສະໜາມຫຼວງ ໂທ້ງເຍິດ ນະຄອນໂຮ່ຈີມິນ, ຄະນະຜູ້ຕາງໜ້າສະຖານກົງສູນ ບັນດາປະເທດ ປະຈຳ ນະຄອນໂຮ່ຈີມິນ ກໍ່ໄດ້ເຂົ້າວາງພວງມາລາ ໄວ້ອາໄລ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ພິ​ທີ​ວາງ​ພວງ​ມາ​ລາ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໄດ້​ຈ​ັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຕາມ​ພິ​ທີ​ລະ​ດັບ​ຊາດ - ảnh 9ຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມ (ພາບ: VOV)

  ແລະກໍ່ໃນຕອນເຊົ້າວັນດຽວກັນ, ໂຮງຮຽນມັດຖະຍົມຕອນປາຍ ຫງວຽນຢາທ່ຽວ (ຢາເລິມ, ຮ່າໂນ້ຍ) ເຊິ່ງເປັນບ່ອນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຄີຍຮ່ຳຮຽນ (1957 -1963) ກໍ່ຈັດພິທີວາງພວງມາລາ ດ້ວຍການເຂົ້າຮ່ວມຂອງຄູອາຈານ ແລະ ນັກຮຽນໂຮງຮຽນ.

ຄະນະການນຳວິທະຍຸກະຈາຍສຽງ ຫວຽດນາມ ໂດຍທ່ານ ໂດຕຽນສີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍ ຫວຽດນາມ ນຳໜ້າຄະນະເຂົ້າວາງພວງມາລາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. 

ຮອດເວລາ 9 ໂມງ30 ນາທີ, ມີປະມານ 50 ຄະນະຜູ້ແທນ ທັງຢູ່ພາຍໃນປະເທດ ແລະ ສາກົນ ເຂົ້າວາງພວງມາລາ ໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ເຮືອນເລກທີ 5 ຖະໜົນເຈິ່ນແທັງຕົງ, ຮ່າໂນ້ຍ.

ຄະນະຈັດຕັ້ງງານສົບ ຈະສ້າງເງື່ອນໄຂ, ສັບຊ້ອນເວລາເພື່ອໃຫ້ປະຊາຊົນເຂົ້າວາງພວງມາລາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ສະຖານີໂທລະພາບ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຖ່າຍທອດສົດພິທີວາງພວງມາລາ, ພິທີກ່າວໄຫວ້ອາໄລ ແລະ ພິທີຊາປະນະກິດສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ນະຄອນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ.

  ກ່ອນໜ້ານັ້ນ, ໃນເວລາ 6 ໂມງເຊົ້າຂອງວັນທີ 25 ກໍລະກົດ, ພິທີເອົາທຸງລົງເຄິ່ງເສົາ ໄດ້ດຳເນີນຢ່າງສົມກຽດຢູ່ສະໜາມຫຼວງ ບາດິ່ງ (ຮ່າໂນ້ຍ), ສ້າງຂີດໝາຍຈຸດເວລາດຳເນີນພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນລະຫວ່າງວັນທີ 25 – 26 ກໍລະກົດ. ປະຊາຊົນຈຳນວນຫຼາຍ ໄດ້ມີໜ້າຢູ່ສະໜາມຫຼວງ ບາດິ່ງ ແຕ່ເຊົ້າເພື່ອເຫັນປະຈັກຕາພິທີດັ່ງກ່າວ.

ການເອົາທຸງລົງເຄິ່ງເສົາ ຈະໄດ້ປະຕິບັດໃນຕະຫຼອດເວລາດຳເນີນພິທີງານສົບ ເພື່ອອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. 

ໃນ 2 ວັນດຳເນີນພິທີງານສົບລະດັບຊາດ, ບັນດາກົມກອງທີ່ຕັ້ງທັບຢູ່ໝູ່ເກາະເຈື່ອງຊາ ແລະ ຖານຂຸດເຈາະ DK1 ກໍ່ພ້ອມກັນເອົາທຸງຊາດລົງເຄິ່ງເສົາ ເພື່ອໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ./.

ຕອບກັບ