ພິທີມອບສົ່ງອັດຖິທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມ

Chia sẻ
(VOVWORLD) - ທີ່ພິທີມອບສົ່ງ, ຜູ້ຕາງໜ້າຝ່າຍ ຫວຽດນາມ ໄດ້ມອບສົ່ງໃຫ້ຜູ້ຕາງໜ້າຝ່າຍ ອາເມລິກາ ອັດຖິ 2 ຊຸດ ແມ່ນໝາກຜົນຂອງການຊອກຫາລວມລະຫວ່າງບັນດາອົງການຂອງ ຫວຽດນາມ ແລະ ອາເມລິກາ ຄັ້ງທີ 154
ພິທີມອບສົ່ງອັດຖິທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມ - ảnh 1ພິທີມອບສົ່ງອັດຖິທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມ
(ພາບ: qdnd.vn)

        ວັນທີ 16 ເມສາ, ຢູ່ສະໜາມບິນສາກົນ ດ່ານັ້ງ, ນະຄອນ ດ່ານັ້ງ, ໄດ້ຈັດພິທີມອບສົ່ງອັດຖິທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມ (MIA) ຄັ້ງທີ 164.

        ທີ່ພິທີມອບສົ່ງ, ຜູ້ຕາງໜ້າຝ່າຍ ຫວຽດນາມ ໄດ້ມອບສົ່ງໃຫ້ຜູ້ຕາງໜ້າຝ່າຍ ອາເມລິກາ ອັດຖິ 2 ຊຸດ ແມ່ນໝາກຜົນຂອງການຊອກຫາລວມລະຫວ່າງບັນດາອົງການຂອງ ຫວຽດນາມ ແລະ ອາເມລິກາ ຄັ້ງທີ 154 (ເດືອນ ກຸນພາ - ເມສາ 2024), ບັນດານັກຊ່ຽວຊານການແພດຂອງ ຫວຽດນາມ ໄດ້ຊັນນະສູດອັດຖິ 2 ຊຸດນັ້ນຢູ່ ດ່ານັ້ງ ແລະ ສະຫຼຸບວ່າ ອາດຈະກ່ຽວຂ້ອງເຖິງທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມ.

        ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຮ່ວາງຊວັນຈຽນ, ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper. 2 ຝ່າຍໄດ້ຕີລາຄາສູງຄວາມໝາຍຂອງພິທີມອບສົ່ງສຳລັບການພົວພັນ ຫວຽດນາມ - ອາເມລິກາ; ທ່ານ ຮ່ວາງຊວັນຈຽນ ສະເໜີໃຫ້ ຝ່າຍ ອາເມລິກາ ເພີ່ມທະວີການໜູນຊ່ວຍບັນດາໂຄງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ ຫຼາຍກວ່າ, ໂດຍສະເພາະແມ່ນເພີ່ມເຕີມຈຳນວນເງິນ 200 ລ້ານ USD ເພື່ອແກ້ໄຂ ດີໂອຊິນ ຢູ່ສະໜາມບິນ ບຽນຮ່ວາ ຢ່າງເຖິງທອງ, ໜູນຊ່ວຍການແກ້ໄຂດີໂອຊິນຢູ່ສະໜາມບິນ ຟູກາດ; ເພີ່ມທະວີການສະໜອງຂໍ້ມູນຂ່າວຊອກຫາທະຫານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ແລະ ຍູ້ແຮງການຮ່ວມມືຖ່າຍທອດເຕັກໂນໂລຊີຍົກສູງກຳລັງຄວາມສາມາດຊັນນະສູດອັດຖິທະຫານເສຍສະຫຼະຊີວິດຂອງ ຫວຽດນາມ.

ຕອບກັບ