ພິທີຊັກທຸງຂຶ້ນເສົາ ຊູແອັດ ຢູ່ສຳນັກງານ NATO

Chia sẻ
(VOVWORLD) - ທີ່ພິທີຊັກທຸງຂຶ້ນເສົາ, ທຸງຊາດຂອງ ຊູແອັດ ໄດ້ຊັກຂຶ້ນພ້ອມກັບທຸງຊາດຂອງ 31 ປະເທດສຳພັນທະມິດອື່ນ.
ພິທີຊັກທຸງຂຶ້ນເສົາ ຊູແອັດ ຢູ່ສຳນັກງານ NATO - ảnh 1ພິທີຊັກທຸງຂຶ້ນເສົາ ຊູແອັດ ຢູ່ສຳນັກງານ NATO
(ພາບ: nato.int)

ວັນທີ 11 ມີນາ, ເປັນຄັ້ງທຳອິດທີ່ທຸງຊາດຂອງ ຊູແອັດ ໄດ້ຊັກຂຶ້ນເສົາທີ່ສຳນັກງານ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ຢູ່ ບຣຸກແຊນ, ປະເທດ ແບນຊິກ, ເປັນຂີດໝາຍດ້ວຍຖານະເປັນສະມາຊິກຂອງປະເທດ ເອີລົບ ເໜືອນີ້ ໃນສຳພັນທະມິດການທະຫານໃຫຍ່ສຸດໃນໂລກ.

        ທີ່ພິທີຊັກທຸງຂຶ້ນເສົາ, ທຸງຊາດຂອງ ຊູແອັດ ໄດ້ຊັກຂຶ້ນພ້ອມກັບທຸງຊາດຂອງ 31 ປະເທດສຳພັນທະມິດອື່ນ. ພິທີຊັກທຸງກໍ່ໄດ້ຈັດຂຶ້ນໃນຊ່ວງເວລາດຽວກັນ ຢູ່ກອງບັນຊາການສຳພັນທະມິດ (SHAPE) ຢູ່ Mons (ປະເທດ ແບນຊິກ ແລະ ກອງບັນຊາການສຳພັນທະມິດ ຢູ່ Norfolk, ລັດ Virginia (ປະເທດ ອາເມລິກາ).

        ກ່າວຄຳເຫັນທີ່ພິທີ, ທ່ານ Jens Stoltenberg, ເລຂາທິການໃຫຍ່ NATO ຊົມເຊີຍທ່ານນາຍົກລັດຖະມົນຕີ ຊູແອັດ Ulf Kristersson ທີ່ເຂົ້າຮ່ວມເຫດການ, ພ້ອມທັງເນັ້ນໜັກ ວ່າ ຊູແອັດ ໄດ້ມີທີ່ຕັ້ງບົດບາດເໝາະສົມໃນກຸ່ມນີ້. ຕາມທ່ານເລຂາທິການໃຫຍ່ Stoltenberg ແລ້ວ, ເລື່ອງ ຊູແອັດ ເຂົ້າຮ່ວມ NATO ສະແດງໃຫ້ເຫັນວ່າ ປະຕູເຂົ້າສຳພັນທະມິດການທະຫານນີ້ຍັງເປີດກ້ວາງຢູ່.

        ດ້ວຍເລື່ອງ ຊູແອັດ ເຂົ້າຮ່ວມ NATO ຢ່າງເປັນທາງການ, ຖັດຈາກ ແຟງລັງ, ທຸກໆປະເທດຕິດກັບທະເລ Baltic, ຍົກເວັ້ນແຕ່ ລັດເຊຍ, ລ້ວນແຕ່ໄດ້ກາຍເປັນສະມາຊິກຂອງສຳພັນທະມິດການທະຫານນີ້.

ຕອບກັບ