ພັດທະນາການຮ່ວມມືໃນຂະແໜງການທ່ອງທ່ຽວລະຫວ່າງ ການາດາ ແລະ ຫວຽດນາມ

Chia sẻ
(VOVWORLD) -ງານຕະຫຼາດນັດ ການທ່ອງທ່ຽວສາກົນ Montreal ຄັ້ງທີ 30 ໄດ້ດໍາເນີນແຕ່ວັນທີ 19 – 21 ຕຸລາ ຢູ່ນະຄອນ Montreal, ປະເທດ ການາດາ, ດ້ວຍການເຂົ້າຮ່ວມຂອງຫວຽດນາມ.  

ບັນດາສິ່ງພິມທີ່ໄດ້ນໍາມາວາງສະແດງທີ່ຮ້ານວາງສະແດງຂອງຫວຽດນາມ ທີ່ງານຕະຫຼາດນັດ ໄດ້ແນະນໍາ, ໂຄສະນາຄວາມສວຍສົດງົດງາມ, ຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຂອງຂະແໜງການທ່ອງທ່ຽວຫວຽດນາມ. ນັ້ນແມ່ນ ມີກວ່າ 20 ມໍລະດົດວັດທະນະທໍາທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງໂລກ ເຊິ່ງໄດ້ຮັບການຮັບຮອງຈາກອົງການ UNESCO,   ນັ້ນແມ່ນຖະໜົນແຄມຝັ່ງທະເລທີ່ສວຍສົດງົດງາມຍາວນັບພັນ km, ອາຫານການກິນທີ່ເປັນເອກະລັກສະເພາະ... ຮ້ານວາງສະແດງຂອງຫວຽດນາມທີ່ງານຕະຫຼາດນັດ ການທ່ອງທ່ຽວ ສາກົນ Montreal ໄດ້ປະກອບສ່ວນເຂົ້າໃນການຍົກສູງຄວາມຮູ້ຂອງລູກຄ້າ ການາດາ ກ່ຽວກັບວັດທະນະທໍາຫວຽດນາມ,ເປີດກາລະໂອກາດ ເພື່ອເພີ່ມທະວີການພົວພັນ ແລກປ່ຽນປະຊາຊົນ ແລະ ພັດທະນາການທ່ອງທ່ຽວລະຫວ່າງສອງປະເທດ.


ຕອບກັບ