ຝລັ່ງ ມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຫຼາຍທີ່ສຸດໃນໂລກ ໃນ 24 ຊົ່ວໂມງຜ່ານມາ

Chia sẻ
(VOVWORLD) - ຕາມເວັບໄຊສະຖິຕິ  worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 26 ມັງກອນ ຕາມເວລາ ຫວຽດນາມ, ທົ່ວໂລກມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດກວ່າ  358 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 5,6 ລ້ານຄົນ.
ຝລັ່ງ ມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຫຼາຍທີ່ສຸດໃນໂລກ ໃນ 24 ຊົ່ວໂມງຜ່ານມາ - ảnh 1(ພາບ: AFP/TTXVN)

ໃນ 24 ຊົ່ວໂມງຜ່ານມາ, ຝລັ່ງ ມີຜູ້ຕິດເຊື້ອໃໝ່ຫຼາຍກວ່າໝູ່ໃນໂລກດ້ວຍຈຳນວນກວ່າ 500 ພັນຄົນ, ຖັດຈາກນັ້ນແມ່ນ ອາເມລິກາ ແລະ ບາຊິນ. ຈຳນວນຜູ້ເສຍຊີວິດໃໝ່ຫຼາຍກວ່າໝູ່ແມ່ນ ອາເມລິກາ ມີ 1.720  ຄົນ;  ຖັດຈາກນັ້ນແມ່ນ ລັດເຊຍ ແລະ ຝລັ່ງ.

ໄລ່ລວມ, ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຖ້າໄລ່ຕາມພາກພື້ນແລ້ວ, ເອີລົບ ແມ່ນພາກພື້ນຖືກຜົນສະທ້ອນໜັກໜ່ວງທີ່ສຸດຈາກໂລກລະບາດດັ່ງກ່າວ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ ກວ່າ 116,7  ລ້ານຄົນ, ຖັດຈາກນັ້ນ ແມ່ນທະວີບ ອາຊີ, ອາເມລິກາເໜືອ, ອາເມລິກາໃຕ້, ອາຟະລິກາ ແລະ ໂອເຊອານີ.

 

ຕອບກັບ