ຜູ້ມີສິດເລືອກຕັ້ງຂອງ 21 ປະເທດ EU ໄດ້ເຂົ້າຮ່ວມ ການປ່ອນບັດເລືອກຕັ້ງ ລັດຖະສະພາເອີລົບ

Chia sẻ
(vovworld) – ຜູ້​ມີ​ສິດ​ເລືອກ​ຕັ້ງຂອງ 21 ປະ​ເທດ EU ​ໄດ້​ເຂົ້າ​ຮ່ວມ​ການ​ປ່ອນ​ບັດເລືອກ​ຕັ້ງ​ລັດຖະສະພາ​ເອີ​ລົບ (EP) ​ເພື່ອ​ແນ​ໃສ່​ເລືອກຕັ້ງ​ບັນດາ​ຜູ້ຕາງໜ້າຂອງ​ແຕ່ລະ​ປະ​ເທດ​ຢູ່​ອົງການ​ນິຕິບັນຍັດ​ສະຫະພາບ​ເອີ​ລົບ.
ຜູ້ມີສິດເລືອກຕັ້ງຂອງ 21 ປະເທດ EU ໄດ້ເຂົ້າຮ່ວມ ການປ່ອນບັດເລືອກຕັ້ງ ລັດຖະສະພາເອີລົບ - ảnh 1
(ພາບປະກອບ)

(vovworld) –   ວັນ​ທີ 25/05, ຜູ້​ມີ​ສິດ​ເລືອກ​ຕັ້ງຂອງ 21 ປະ​ເທດ EU ​ໄດ້​ເຂົ້າ​ຮ່ວມ​ການ​ປ່ອນ​ບັດເລືອກ​ຕັ້ງ​ລັດຖະສະພາ​ເອີ​ລົບ (EP) ​ເພື່ອ​ແນ​ໃສ່​ເລືອກຕັ້ງ​ບັນດາ​ຜູ້ຕາງໜ້າຂອງ​ແຕ່ລະ​ປະ​ເທດ​ຢູ່​ອົງການ​ນິຕິບັນຍັດ​ສະຫະພາບ​ເອີ​ລົບ. ກ່ອນ​ໜ້າ​ນັ້ນ, 7 ປະ​ເທດ​ເອີ​ລົບ​ ອື່ນ​ແມ່ນ ອັງກິດ, ​ໂຮ​ນລັງ, ສ.ອຽກລັງ, ​ແລດ​ໂຕ​ນີ, ສ.​ເຊັກ, ສະ​ໂລ​ວາ​ກີ ​ແລະ ມານຕາ ​ໄດ້​ດຳ​ເນີນ​ການ​ເລືອກ​ຕັ້ງ​ດັ່ງກ່າວ. ໝາ​ກຜົນ​ທາງ​ການ​ຂອງ​ການ​ເລືອກ​ຕັ້ງ​ຈະ​ໄດ້​ປະກາດ​ພາຍຫຼັງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຢູ່​ບັນດາ​ສະຖານ​ທີ່​ສຸດ​ທ້າຍ​ຢູ່​ອີ​ຕາ​ລີ ສິ້ນ​ສຸດ​ລົງ​ໃນ​ເວລາ 23​ ໂມງ (ຕາມ​ເວ​ເລ​ທ້ອງ​ຖິ່ນ). ຈຸດ​ໃໝ່​ໃນ​ການ​ເລື່ອງ​ຕັ້ງ EP ຄັ້ງ​ທີ 8 ນີ້ ຍັງ​ແມ່ນ​ວິວັດ​ການ​ເລືອກ​ຕັ້ງ​ປະທານ​ຄະນະ​ກຳມະການ​ເອີ​ລົບ (EC) ​ໂດຍ​ສະພາ​ເອີ​ລົບ ​ແນ​ະນຳ​ບົນ​​ໂດຍອີງ​ໃສ່ພື້ນຖານໝາກຜົນການ​ເລືອກ​ຕັ້ງ EP, ຫຼັງ​ຈາກ​ນັ້ນ ລັດຖະສະພາ​ເອລົບ​ຈະໄດ້​ລົງມະຕິ​ຮັບຮອງ​ເອົາ. ປະຈຸ​ບັນ, ຜູ້​ສະໝັກຮັບ​ເລືອກ​ຕັ້ງ 2 ທ່ານ​ທີ່​ສາມາ​ດ​​ກາຍເປັນ​ປະທານ EC ​ແມ່ນ​ທ່ານ Jean Claude Juncker ຂຶ້ນ​ກັບ​ພັກ​ປະຊາຊົນ​ເອີ​ລົບ ​ແລະ ທ່ານ Martin Schulz ຂຶ້ນ​ກັບ​ພັກ​ສັງຄົມ​ເອີ​ລົບ.