ຜູ້ຕິດໂລກລະບາດໂຄວິດ-19 ຢູ່ຫວຽດນາມ ໄດ້ອອກໂຮງໝໍຕື່ມອີກ 3 ຄົນສືບຕໍ່ແຍກຕົວຢູ່ຮາກຖານພັກພາອາໄສ

Chia sẻ
(VOVWORLD) -ວັນທີ 27 ມີນາ, ໂຮງໝໍ ດ່ານັ້ງ (ໂຮງໝໍປິ່ນປົວໃຫ້ບັນດາຜູ້ຕິດໂຄວິດ-19 ຂອງນະຄອນດ່ານັ້ງ) ໄດ້ຈັດຕັ້ງພິທີອອກໂຮງໝໍໃຫ້ຜູ້ຕິດໂລກລະບາດ 3 ຄົນ ແມ່ນຜູ້ທີ 22, 23 ແລະ 35 ເຊິ່ງໄດ້ຮັບການປິ່ນປົວຫາຍດີແລ້ວ.

ຜູ້ຕິດໂລກລະບາດໂຄວິດ-19 ຢູ່ຫວຽດນາມ ໄດ້ອອກໂຮງໝໍຕື່ມອີກ 3 ຄົນສືບຕໍ່ແຍກຕົວຢູ່ຮາກຖານພັກພາອາໄສ - ảnh 1 ຄົນເຈັບທັງ 3 ຄົນນີ້ຈະສືບຕໍ່ໄດ້ແຍກຕົວຢູ່ຮາກຖານພັກພາອາໄສ, ຢູ່ເຮືອນໃນຮອບເວລາ 14 ວັນຕື່ມອີກ

(ພາບ: TTXVN)

ຄົນເຈັບທັງ 3 ຄົນນີ້ຈະສືບຕໍ່ໄດ້ແຍກຕົວຢູ່ຮາກຖານພັກພາອາໄສ, ຢູ່ເຮືອນໃນຮອບເວລາ 14 ວັນຕື່ມອີກ. ທ່ານນາງ ໂງທິກິມອ໊ຽນ, ຫົວໜ້າພະແນກສາທາລະນະສຸກນະຄອນດ່ານັ້ງ, ໃຫ້ຮູ້ວ່າ.

        “ຂ້າພະເຈົ້າມີຄວາມປິຕິຊົມຊື່ນຕໍ່ຄົນເຈັບທີ່ໄດ້ອອກໂຮງໝໍ, ຂະແໜງສາທາລະນະສຸກ ແລະ ນະຄອນດ່ານັ້ງ. ສິ່ງສຳຄັນທີ່ສຸດແມ່ນ ພວກເຮົາໄດ້ເຫັນຄວາມກະຕືລືລົ້ນ ແລະ ສຸດອົກສຸດໃຈຂອງອ້າຍເອື້ອຍນ້ອງຂະແໜງສາທາລະນະສຸກ ໃນວຽກງານປິ່ນປົວພະຍາດໂຄວິດ-19”.

        ຄົນເຈັບຜູ້ທີ 22, 23 ຢູ່ຫວຽດນາມ ແມ່ນນັກທ່ອງທ່ຽວຊາວອັງກິດ ໄດ້ຮັບການປິ່ນປົວຢູ່ໂຮງໝໍຫຼາຍຂະແໜງດ່ານັ້ງ. ຄົນເຈັບຜູ້ທີ 35 ແມ່ນຊາວຫວຽດນາມ ທີ່ໄດ້ພົບປະກັບນັກທ່ອງທ່ຽວ 2 ຄົນດັ່ງກ່າວ.

ຕອບກັບ