ຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໃນວັນທີ 9 ກັນຍາ ກວ່າ 17.500 ຄົນ

Chia sẻ
(VOVWORLD) - ນັບແຕ່ເມື່ອເກີດໂລກລະບາດໂຄວິດ - 19 ມາຮອດປະຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 11,4 ລ້ານຄົນ, ຍືນອັນດັບທີ 12/227 ປະເທດ ແລະ ເຂດແຄ້ວນ
ຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໃນວັນທີ 9 ກັນຍາ ກວ່າ 17.500 ຄົນ - ảnh 1ພາບປະກອບ

ແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ໃນວັນທີ 09 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 3.649 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນເກືອບ 17.500 ຄົນ  ແລະ ບໍ່ມີຜູ້ເສຍຊີວິດ. ນັບແຕ່ເມື່ອເກີດໂລກລະບາດໂຄວິດ - 19 ມາຮອດປະຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 11,4 ລ້ານຄົນ, ຍືນອັນດັບທີ 12/227 ປະເທດ ແລະ ເຂດແຄ້ວນ,  ໃນຂະນະທີ່ ອັດຕາຜູ້ຕິດເຊື້ອກໍລະນີ/1ລ້ານຄົນ, ຫວຽດນາມ ຍືນລະດັບທີ 112/227 ປະເທດ ແລະ ເຂດແຄ້ວນ.

ຕອບກັບ