ຜູ້​ຊ່ວຍ​ວຽກ​ຜູ້​ອຳ​ນວຍ​ການ​ໃຫຍ່ UNESCO: ຫວຽດ​ນາມ ນັບ​ມື້​ນັບ​ມີ​ບົດ​ບາດ​ສຳ​ຄັນ​ຢູ່ UNESCO

Chia sẻ
(VOVWORLD) - ທ່ານ Firmin Edouard Matoko ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ (UNESCO) ຖືວ່າ ຫວຽດນາມ ນັບມື້ນັບມີບົດບາດສຳຄັນຢູ່ UNESCO, ແມ່ນສະມາຊິກທີ່ຕັ້ງໜ້າໃນຫຼາຍກົນໄກສຳຄັນຂອງອົງການ
ຜູ້​ຊ່ວຍ​ວຽກ​ຜູ້​ອຳ​ນວຍ​ການ​ໃຫຍ່ UNESCO: ຫວຽດ​ນາມ ນັບ​ມື້​ນັບ​ມີ​ບົດ​ບາດ​ສຳ​ຄັນ​ຢູ່ UNESCO - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໃຫ້ການຕ້ອນຮັບທ່ານ Firmin Edouard Matoko ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ (UNESCO) (ພາບ: TTXVN)

ວັນທີ 6 ກໍລະກົດ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານ Firmin Edouard Matoko ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ກ່ຽວກັບການໃຫ້ບຸລິມະສິດ ອາບຟຼິກກາ ແລະ ການພົວພັນຕ່າງປະເທດ ພວມຢູ່ຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 2 – 6 ກໍລະກົດ.

ທີ່ການພົບປະ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ການໜູນຊ່ວຍຂອງ UNESCO ແລະ ບັນດາອົງການຂອງ ສປຊ ໄດ້ປະກອບສ່ວນສຳຄັນເຂົ້າໃນວິວັດທະນາການພັດທະນາເສດຖະກິດ - ສັງຄົມແບບຍືນຍົງ, ໂຄສະນາບັນດາຄຸນຄ່າດ້ານວັດທະນະທຳ, ພາບພົດປະເທດຊາດ ແລະ ຊາວ ຫວຽດນາມ. ທ່ານລັດຖະມົນຕີ ມີຄວາມຫວັງຢາກຊຸກຍູ້ການພົວພັນຮ່ວມມືກັບ UNESCO ໃນບັນດາຂົງເຂດຄື: ວັດທະນະທຳ, ການສຶກສາ ແລະ ວິທະຍາສາດໃຫ້ຫຼາຍກ່ວາອີກ ດ້ວຍ ເປົ້າໝາຍຮອດປີ 2030 ນຳ ຫວຽດນາມ ກາຍເປັນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝ ແລະ ມີລາຍຮັບສະເລ່ຍຢູ່ລະດັບສູງ. ເນື່ອງໃນໂອກາດນີ້, ທ່ານ ບຸຍແທັງເຊີນ ໄດ້ມອບໃບຍ້ອງຍໍໃຫ້ແກ່ທ່ານ Firmin Edouard Matoko ຍ້ອນບັນດາການປະກອບສ່ວນ, ການສະໜັບສະໜູນຂອງທ່ານຕໍ່ການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ UNESCO .

ສ່ວນທ່ານ Firmin Edouard Matoko ຖືວ່າ ຫວຽດນາມ ນັບມື້ນັບມີບົດບາດສຳຄັນຢູ່ UNESCO, ແມ່ນສະມາຊິກທີ່ຕັ້ງໜ້າໃນຫຼາຍກົນໄກສຳຄັນຂອງອົງການ, ແມ່ນແບບຢ່າງທີ່ດີກ່ຽວກັບການຮ່ວມມືທີ່ມີປະສິດທິຜົນກັບ UNESCO

ຕອບກັບ