ປະທານາທິບໍດີລັດເຊຍ ເປັນປະທານການ ປະຊຸມຂ່າວປະຈຳປີ ຢູ່ມົດສະກູ

Chia sẻ
ວັນ​ທີ 19/12, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ຈັດ​ການ​ປະຊຸ​ມຂ່າວ​ປະຈຳ​ປີ ຢູ່​ນະຄອນຫຼວງ ມົດ​ສະ​ກູ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງນັກ​ຂ່າວ...
ປະທານາທິບໍດີລັດເຊຍ ເປັນປະທານການ ປະຊຸມຂ່າວປະຈຳປີ ຢູ່ມົດສະກູ - ảnh 1
ປະທານາທິບໍດີ​ລັດ​ເຊຍ​ເປັນ​ປະທານ​ການ​ປະຊຸມ​ຂ່າວປະຈຳ​ປີ​ຢູ່​ມົດ​ສະ​ກູ
(ພາບ: baomoi.com)

(vovworld) – ວັນ​ທີ 19/12, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ຈັດ​ການ​ປະຊຸ​ມຂ່າວ​ປະຈຳ​ປີ ຢູ່​ນະຄອນຫຼວງ ມົດ​ສະ​ກູ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງນັກ​ຂ່າວ​ທັງ​ຢູ່​ພາຍ​ໃນ ​ແລະ ​ຕ່າງປະ​ເທດ 1.300 ຄົນ. ​ໃນ​ການ​ປະຊຸມ​ຂ່າວ​ຂະໜາດ​ໃຫຍ່​ປະຈຳ​ປີ​ຄັ້ງ​ທີ 9 ນີ້, ທ່ານ​ປະທານາທິບໍດີ Putin ​ໄດ້​ຕອບ​ຫຼາຍ​ຄຳ​ຖາມ​ຂອງ​ນັກ​ຂ່າວ ທີ່​ກ່ຽວຂ້ອງ​ເຖິງ​ຫຼາຍບັນຫາ​ສຳຄັນ​ ​ແລະ ຮີບ​ດ່ວນ​ຂອງ​ລັດ​ເຊຍ ​ແລະ ສາກົນ.

    ກ່ຽວ​ກັບກາ​ນພົ​ວພັນ​ກັບ ຢູ​ແກຼນ, ທ່ານ​ປະທານາທິບໍດີ Putin ຢັ້ງຢືນ​ໄດ້​ຕົກລົງ​ລົງ​ທຶນ 15 ຕື້ USD ​ເຂົ້າ​ພັນທະ​ບັດ​ລັດຖະບານ ຢູ​ແກຼນ ​ແລະ ຫລຸດ​ຜ່ອນ​ລາຄາ​ອາຍ​ແກ​ດທີ່ຂາຍ​ໃຫ້​ປະ​ເທດ​ນີ້, ນີ້​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ ລັດ​ເຊຍ ທີ່ຢາກ​ຊ່ວຍ​ເຫຼືອ​ປະ​ເທດ​ອ້າຍ​ນ້ອງ​ທີ່​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

    ທີ່​ການ​ປະຊຸມ​ຂ່າວ​ດັ່ງກ່າວ, ​​​ເພື່ອ​ສ້າງ​ຄວາມ​ອຸ່ນ​ອ່ຽງໃຫ້​ຝ່າຍ​ຕາ​ເວັນ​ຕົກ​ ​ທ່ານ​ປະທານາທິບໍດີ Putin ຢັ້ງຢືນວ່າ ລັດ​ເຊຍ ບໍ່​ທັນ​ຮັບຮອງ​ເອົາ​ຂໍ້ຕົກລົງ​ຜັນ​ຂະຫຍາຍ​ລູກ​ສອນ​ໄຟ​ຍຸດ​ທະວິ​ທີ Iskander – M ຢູ່​ແຂວງ Kaliningrad, ​ເຂດ​ຕິ​ດກັບ​ບັນດາ​ປະ​ເທດ​​ສະມາຊິກ​ຂອງ​ NATO. ​ເມື່ອ​ເຕື້​ອງ​ເຖິງ​ບັນຫາ​ສາກົນ​ອື່ນໆ, ທ່ານ Putin ຖື​ວ່າ: ລັດ​ເຊຍ ​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ແກ້​ໄຂ​ຫຼາຍ​ບັນຫາ​ສາກົນ​ທີ່​ເຄັ່ງຮ້​ອນ ​ແລະ ​ແກ່ຍາວ, ​ໃນ​ນັ້ນ​ມີ​ວິ​ກິດ​ການ​ຢູ່ ຊີຣີ ​ແລະ ​ໂຄງການ​ນິ​ເຄຼຍທີ່​ກໍ່​ຄວາມ​ຖົກ​ກຽງ​ກັນ​ຂອງ ອີຣານ.

    ​ເມື່ອ​ຕີ​ລາຄາ​ການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ​ໂດຍ​ທ່ານ​ນາຍົກລັດຖະມົນຕີ Dmitry Medvedev ນຳ​ໜ້າ, ທ່ານ​ປະທານາທິບໍດີ Putin ​ເນັ້ນ​ໜັກ​ວ່າ: ປະຈຸ​ບັນ, ລັດຖະບານ ລັດ​ເຊຍ ​ໄດ້​ເຄື່ອນ​​ໄຫວຢ່າງປະສິດທິ​ຜົນ, ບໍ່​ຕ້ອງ​ປ່ຽນ​ແປງ​ບຸກຄະລາ​ກອນ​ໃນ​ລັດຖະບານ.