ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN) |
ວໍຊິງຕັນ ພວມຮ່ວມມືກັບ ມົດສະກູ ເປັນຢ່າງດີ, ພ້ອມທັງສະແດງຄວາມຄິດຂອງຕົນວ່າ ລັດເຊຍ ບໍ່ແມ່ນໄພນາບຂູ່ຕໍ່ ອາເມລິກາ ອີກແລ້ວ. ທ່ານປະທານາທິບໍດີ D.Trump ຖືວ່າ: ອາເມລິກາ ຍັງຄົງ “ປະຕິບັດເປັນຢ່າງດີທີ່ສຸດ” ເມື່ອຈັດວາງບັນດາມາດຕະການລົງໂທດທີ່ເລ່ັງໃສ່ ລັດເຊຍ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin “ເຂົ້າໃຈສິ່ງດັ່ງກ່າວ ເໜືອກ່ວາຜູ້ໃດໝົດ”.
ເຖິງຢ່າງໃດກໍ່ຕາມ, ແລະກໍ່ໃນວັນດຽວກັນ ໃນການຕອບສຳພາດຕໍ່ຊ່ອງໂທລະພາບ CBS, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເອງຕ້ອງຮັບຜິດຊອບກ່ຽວກັບບັນດາຄວາມມານະພະຍາຍາມຂອງ ລັດເຊຍ ທີ່ແນໃສ່ແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີ ອາເມລິກາ ເມື່ອປີ 2016. ຄຳຖະແຫຼງດັ່ງກ່າວຂອງທ່ານ Donald Trump ກົງກັນຂ້າມກັບຄຳຖະແຫຼງຂອງທ່ານໃນ 2, 3 ວັນຜ່ານມາ.
ພາຍຫລັງທ່ານ Donald Trump ອອກຄຳຖະແຫຼງພຽງ 2, 3 ຊົ່ວໂມງເທົ່ານັ້ນ, ໂຄສົກທຳນຽບຂາວ ທ່ານ Sarah Sanders ກໍ່ຖະແຫຼງວ່າ ອາເມລິກາ ຍັງຄົງເຊື່ອໝັ້ນວ່າ ໄພນາບຂູ່ຈາກ ລັດເຊຍ ສຳລັບລະບົບການເລືອກຕັ້ງ ອາເມລິກາ ພວມຄົງຕົວຢູ່, ພ້ອມທັງຢືນຢັນວ່າ ວໍຊິງຕັນ ພວມດຳເນີນບັນດາບາດກ້າວເພື່ອສະກັດກັ້ນໄພນາບຂູ່ດັ່ງກ່າວ.