ປະທານາທິບໍດີ ສ.ເກົາຫຼີ ຢ້ຽມຢາມ ມາເລເຊຍ ຊຸກຍູ້ການຮ່ວມມື, ພົວພັນແລກປ່ຽນ

Chia sẻ
(VOVWORLD) -ຄາດວ່າ ກອງປະຊຸມຂັ້ນສູງພິເສດລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ ຈະຖືກຈັດຂຶ້ນໃນທ້າຍປີ 2019 ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາລະຫວ່າງສອງຝ່າຍ.

        ໃນວັນທີ 12 ມີນາ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ໄປຮອດ ມາເລເຊຍ ເລີ່ມຕົ້ນ ມີການຢ້ຽມຢາມທາງລັດຖະກິດ ຢູ່ ມາເລເຊຍ ເປັນ ເວລາ 3 ວັນ.

ປະທານາທິບໍດີ ສ.ເກົາຫຼີ ຢ້ຽມຢາມ ມາເລເຊຍ ຊຸກຍູ້ການຮ່ວມມື, ພົວພັນແລກປ່ຽນ - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in (ພາບປະກອບ: Yonhap/TTXVN)

        ໃນຂອບເຂດການຢ້ຽມຢາມຄັ້ງນີ້, ຄາດວ່າ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ຈະມີການພົບປະກັນກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນສອງຝ່າຍ ແລະ ເປີດກວ້າງການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ ແລະ ເຂົ້າຮ່ວມງານວາງສະແດງຮ່ວມບັນດາຜະລິດຕະພັນຂອງກະແສຟອງວັດທະນະທໍາ ສ.ເກົາຫຼີ.

        ພາຍຫຼັງສິ້ນສຸດການຢ້ຽມຢາມ ມາເລເຊຍ ແລ້ວ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ຄາດວ່າ ຈະເດີນທາງໄປຢ້ຽມຢາມ ປະເທດ ກໍາປູເຈຍ ຕໍ່. ການຢ້ຽມຢາມດັ່ງກ່າວ ຖືກດໍາເນີນໄປໃນສະພາບທີ່ ທ່ານ  Moon Jae-in ພວມຊຸກຍູ້ການປະຕິວັດນະໂຍບາຍປັບປຸງການພົວພັນ ລະຫວ່າງ ສ.ເກົາຫຼີ ແລະ ບັນດາປະເທດ ອາຊຽນ. ຄາດວ່າ ກອງປະຊຸມຂັ້ນສູງພິເສດລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ ຈະຖືກຈັດຂຶ້ນໃນທ້າຍປີ 2019 ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາລະຫວ່າງສອງຝ່າຍ.

ຕອບກັບ