ປະທານປະເທດເຈືອງເຕີນຊາງພົບປະຄະນະຜູ້ແທນນັກທະນາຍຄວາມທີ່ດີເດັ່ນໃນທົ່ວປະເທດ

Chia sẻ
(vovworld) – ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ເຖິງທີ່​ຕັ້ງບົດບາດ​ຂອງ​ສະມາຄົມ​ທະນາຍຄວາ​ມ ຫວຽດນາມ ​ໃນ​ວິວັດ​ການ​ສ້າງລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ
ປະທານປະເທດເຈືອງເຕີນຊາງພົບປະຄະນະຜູ້ແທນນັກທະນາຍຄວາມທີ່ດີເດັ່ນໃນທົ່ວປະເທດ - ảnh 1
ທ່ານປະທານປະເທດເຈືອງເຕີນຊາງ
ພົບປະຄະນະຜູ້ແທນນັກທະນາຍຄວາມທີ່ດີເດັ່ນໃນທົ່ວປະເທດ
(ພາບ: chinhphu.vn)


(vovworld) – ຕອນ​ບ່າ​ຍວັນ​ທີ 2/4, ຢູ່ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​​ໄດ້ພົບ​ປະ​ກັບຄະນະ​ຜູ້​ແທນ​ນັກ​ທະນາຍຄວາມທີ່​ດີ​ເດັ່ນ​​ ​ເນື່ອງ​ໃນ​ໂອກາດຄະນະ​​ມາ​ຮ່າ​ໂນ້ຍ ​ເຂົ້າ​ຮ່ວມ​ກ​ອງປະຊຸມ​ໃຫຍ່​​ນັກ​ທະນາຍຄວາມດີ​ເດັ່ນ​ທົ່ວ​ປະ​ເທດ ​ແລະ ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ​ສະມາຄົມ​ທະນາຍຄວາມ​ຫວຽດນາມ (4/41955-4/4/2015). ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ເຖິງທີ່​ຕັ້ງບົດບາດ​ຂອງ​ສະມາຄົມ​ທະນາຍຄວາ​ມ ຫວຽດນາມ ​ໃນ​ວິວັດ​ການ​ສ້າງລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ, ນີ້​ແມ່ນ​ເສັ້ນທາງ​ເຊິ່ງພັກ ​ແລະ ລັດ​ໄດ້​ເລືອກ​ເຟັ້ນ​ໃນ​​ໄລຍະ​ພັດທະນາ​ຈະ​ມາ​ເຖິງ. ບົນ​ພື້ນຖານ​ຮັບ​ເອົາ​ຜົນງານ​ຈາກປະ​ເທດ​ຕ່າງໆ ​ແລະ ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ, ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້​​ນັກທະນາຍຄວາມ​ແຕ່ລະຄົນ ​ແລະ ອົງການ​ສະມາຄົມ​ທະນາຍຄວາມ​ຕ້ອງຮັບ​ຮູ້​ບົດບາດ ​ແລະ ຄວາມຮັບຜິດ​ຊອບຂອງ​ຕົນ​ຢ່າງ​ຈະ​ແຈ້ງ, ສຸມ​ກຳລັງ​ເຂົ້າ​ຮ່ວມ​ສ້າງ​ກົນ​ໄກ​ນະ​ໂຍບາຍ, ກຳນົດ​ກົດໝາຍ, ຍົກ​ສູງລັກສະນະ​​ໄຈ້​ແຍ​ກເພື່ອ​ສ້າງ​ກອບ​ກົດໝາຍ​ຢ່າງມີ​ປະສິດທິ​ຜົນ, ​​ເພື່ອແນໃສ່ບໍລິຫານ ​ແລະ ຄວບ​ຄຸມ​ສັງຄົມ​ໃຫ້​ເປັນ​ລະບຽບ, ​ເປັນ​ປົກກະຕິ ​ແລະ ພັດທະນາ. ພິ​ເສດ​ແມ່ນ​ໃນ​ສະຖານະ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ທ່ານ​ປະທານ​ປະ​ເທດ​ໃສ່​ໃຈ​ບັນ​ດາ​ທະນາຍຄວາມ​ຄວນ​ສືບ​ຕໍ່​ຝຶກ​ຝົນຫຼໍ່​ຫຼອມ, ຮຳ່ຮຽນ​ເພື່ອ​ມີ​ຖັນ​ແຖວ​ທະນາຍຄວາມ​ທີ່​ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ ​ເພື່ອເຂົ້າ​ຮ່ວມ​​ບັນດາ​​ການເຄື່ອນ​ໄຫວນິຕິ​ກຳທີ່ມີ​ລະດັບ​ສາກົນ.