ປະທານປະເທດອອກຄຳສັ່ງປະກາດກົດໝາຍ 7 ສະບັບໂດຍສະພາແຫ່ງຊາດຫາກໍ່ຮັບຮອງເອົາ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 11 ທັນວາ, ຫ້ອງວ່າການປະທານປະເທດຫວຽດນາມ ໄດ້ຈັດກອງປະຊຸມຖະແຫຼງຂ່າວປະກາດຄຳສັ່ງຂອງປະທານປະເທດ ກ່ຽວກັບການປະກາດກົດໝາຍ 7 ສະບັບໂດຍສະພາແຫ່ງຊາດຊຸດທີ 14 ຫາກໍ່ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 10.
ປະທານປະເທດອອກຄຳສັ່ງປະກາດກົດໝາຍ 7 ສະບັບໂດຍສະພາແຫ່ງຊາດຫາກໍ່ຮັບຮອງເອົາ - ảnh 1 ກອງປະຊຸມຖະແຫຼງຂ່າວ (ພາບ: qdnd.vn)

ລວມມີ:ກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ; ກົດໝາຍວ່າດ້ວຍການພັກອາໄສປີ 2020; ກົດໝາຍວ່າດ້ວຍຂໍ້ຕົກລົງສາກົນ; ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປັບໄໝລະເມີດດ້ານບໍລິຫານ; ກົດໝາຍວ່າດ້ວຍຊາວຜູ້ອອກແຮງງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຕິດໄວຣັດ HIV/AIDS; ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມປີ 2020.

ຕອບກັບ