ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບເຈົ້າຄອງນະຄອນບຸສານ, ສ.ເກົາຫຼີ

Chia sẻ
(vovworld) - ສະ​ແດງ​ໃຫ້​ເຫັນ​ຜ່ານ​ບັນດາ​ການ​ພົບ​ປະລະຫວ່າງ​ການ​ນຳ​ຂັ້ນ​ສູງ​ທຸກ​ຂັ້ນ, ການ​ພົບ​ປະ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ 2 ຝ່າຍ...
ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບເຈົ້າຄອງນະຄອນບຸສານ, ສ.ເກົາຫຼີ - ảnh 1
(ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຕ້ອນຮັບ​ເຈົ້າ​ຄອງ​ນະຄອນ​ບຸ​ສານ, ສ.​ເກົາຫຼີ)

(vovworld) - ທີ່​ການ​ຕ້ອນຮັບ​ໃນ​ວັນ​ທີ 03/04, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ໝາຍ​ຂອງ​ການ​ຢ້ຽມຢາມ​ຂອງ​ທ່າ​ນ​ Hur Nam Sik ເຈົ້າ​ຄອງ​ນະຄອນ​ບຸ​ສານ. ທ່ານ​ປະ​ທານ​ປະ​ເທດ​ຖື​ວ່າ ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ສ.​ເກົາຫຼີ ​ໃນ​ໄລຍະ​ຜ່ານ​ມາ ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ໃນ​ຫຼາຍ​ຂົງ​ເຂດ​ຢ່າງ​ມີ​ປະສິດທິ​ຜົນ, ສະ​ແດງ​ໃຫ້​ເຫັນ​ຜ່ານ​ບັນດາ​ການ​ພົບ​ປະລະຫວ່າງ​ການ​ນຳ​ຂັ້ນ​ສູງ​ທຸກ​ຂັ້ນ, ການ​ພົບ​ປະ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ 2 ຝ່າຍ ​ແລະ ການ​ພົວພັນ​ແລກປ່ຽນ​ຮ່ວມ​ມືລະຫວ່າງ​ນັກທຸລະກິດ ​ແລະ ປະຊາຊົນ 2 ປະ​ເທດ.

        ​ເມື່ອ​ເຕືອງ​ເຖິງ​ນຳ້ໃຈມິດຕະພາບ​ລະຫວ່າງ​ນະຄອນ ບຸ​ສານ ກັບ​ບັນດາ​ແຂວງ, ນະຄອນ​ຂອງ​ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​​ເຖິງ​ການ​ພົວພັນ​ດ້ານ​ວັດທະນະທຳ​ລະຫວ່າງ​ປະຊາ​ຄົມ​ຊາວ​ຫວຽດນາມ ອ​າ​ໄສ​ຢູ່​ສ.​ເກົາຫຼີ ​ແລະ ຊາວ​ສ.​ເກົາຫຼີ ອາ​ໄສ​ຢູ່​ຫວຽດນາມ ​ເຊິ່ງ​​ເປັນ​ສັນຍາ​ລັກ​ອັນ​ຕັ້ງໜ້າ ​ແລະ ປະ​ທັບ​ໃຈ​ພິ​ເສດ​ໃນ​ການ​ພົວພັນ​ຕ່າງປະ​ເທດ​ລະຫວ່າງ 2 ປະ​ເທດ.

        ທ່ານ​ປະທານ​ປະ​ເທດສະ​ເໜີ​ໃຫ້​ລັດຖະບານ​ສ.​ເກົາຫຼີ, ນະຄອນ​ບຸ​ສານ ຈົ່ງສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ສ.​ເກົາຫຼີ ​ເຊື່ອມ​ໂຍງເຂົ້າກັບ​ປະຊາ​ຄົມ​ສ.​ເກົາຫຼີ ​ແລະ ຢືນຢັນ​ວ່າ ຍາມ​ໃດ​ລັດ​ຫວຽດນາມ ກໍ່​ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ວິ​ສາ​ຫະກິດ ແລະ ​ຊາວ.​ເກົາຫຼີ ປະຕິບັດ​ງານ​ຢູ່​ຫວຽດນາມ ຄື​ດັ່ງ​ຢູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ.