ປະ​ຕິ​ບັດ​ສຳ​ເລັດ​ວຽກ​ງານ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 57 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ

Chia sẻ
(VOVWORLD) -  ວັນທີ 23 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ (ລາວ), ໄດ້ດຳເນີນກອງປະຊຸມຂອງບັນດາເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ເພື່ອສຳຫຼວດກວດຄືນ ແລະ ປະຕິບັດສຳເລັດທຸກດ້ານຂອງວຽກງານກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (AMM) ຄັ້ງທີ 57 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.
ປະ​ຕິ​ບັດ​ສຳ​ເລັດ​ວຽກ​ງານ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 57 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ - ảnh 1 ກອງປະຊຸມ ບັນດາເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ (ພາບ:  ນັກຂ່າວ VOV ປະຈຳລາວ)

ທີ່ກອງປະຊຸມ, ຫົວໜ້າ SOM ASEAN ບັນດາປະເທດ ໄດ້ສົ່ງຄຳແບ່ງປັນຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມ ກ່ຽວກັບເລື່ອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳໃນວັນທີ 19 ກໍລະກົດ.

        ກອງປະຊຸມ AMM -57  ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງແມ່ນບັນດາກິດຈະກຳສຳຄັນທີ່ສຸດໃນປີ ຂອງລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ, ບັນດາປະເທດໄດ້ຕີລາຄາສູງວຽກງານການກະກຽມຢ່າງລອບຄອບຖີ່ຖ້ວນ ແລະ ຮອບດ້ານຂອງ ລາວ - ປະເທດປະທານ ອາຊຽນ, ພ້ອມທັງຢັ້ງຢືນວ່າ ຈະສະໜັບສະໜູນ ແລະ ສົມທົບກັນຢ່າງແໜ້ນແຟ້ນບົນນ້ຳໃຈສາມັກຄີ ແລະ ຮ່ວມມື, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງບັນດາກອງປະຊຸມ. ກອງປະຊຸມຄັ້ງຕ່າງໆ ຈະຮັບຮອງເອົາເອກະສານສຳຄັນຫຼາຍສະບັບ ເພື່ອເປັນພື້ນຖານຜັນຂະຫຍາຍການຮ່ວມມື ອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື ໃນໄລຍະຈະມາເຖິງ.

ນັກຂ່າວ VOV ປະຈໍາ ລາວ


ຕອບກັບ