ປະຕິກິລິຍາກ່ຽວກັບການຖະແຫຼງເປີດກ້ວາງADIZຂອງສ.ເກົາຫຼີ

Chia sẻ
ວັນ​ທີ 9/12, ຍີ່ປຸ່ນ ສະ​ແດງ​ຄວາມ​​ເຫັນ​ດີຕໍ່ຄຳ​ຕັດສິນ​ຂອງ ສ ​ເກົາຫຼີ ​ກ່ຽວ​ກັບ​ການເປີດ​ກ້ວາງ​ເຂດ​ປ້ອງ​ກັນ​ອາກາດ (ADIZ) “ຢ່າງ​ລະມັດລະວັງ”.
ປະຕິກິລິຍາກ່ຽວກັບການຖະແຫຼງເປີດກ້ວາງADIZຂອງສ.ເກົາຫຼີ - ảnh 1
ເກາະ Marado ນອນໃນແຜນານ ADIZ ເປີດກ້ວາງຂອງ ສ ເກົາຫຼີ
(ພາບ: dantri.com.vn)


(vovworld) – ວັນ​ທີ 9/12, ຍີ່ປຸ່ນ ສະ​ແດງ​ຄວາມ​​ເຫັນ​ດີຕໍ່ຄຳ​ຕັດສິນ​ຂອງ ສ ​ເກົາຫຼີ ​ກ່ຽວ​ກັບ​ການເປີດ​ກ້ວາງ​ເຂດ​ປ້ອງ​ກັນ​ອາກາດ (ADIZ) “ຢ່າງ​ລະມັດລະວັງ”. ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ຍີ່ປຸ່ນ ທ່ານ Yoshihide Suga ​ໃຫ້​ຮູ້​ວ່າ: Seoul ​ໄດ້​ປະກາດ​ລ່ວງ​ໜ້າກັບ ​ໂຕ​ກຽວ ກ່ຽວ​ກັບ​ແຜນການ, ພ້ອມ​ທັງ​ຖື​ວ່າ: ADIZ ຂອງ ສ ​ເກົາຫຼີ ຕ່າງ​ກັບ ADIZ ຂອງ ຈີນ ທີ່​ເຄີຍ​ຖະ​ແຫຼ​ງກ່ອນ​ນັ້ນ ຍ້ອນ​ບໍ່​ລວມມີ​ເຂດ​ນ່ານຟ້າ, ​ນ່ານທະ​ເລ ​ແລະ ຜືນ​ແຜ່ນດິນ​ຂອງ ຍີ່ປຸ່ນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ປະຕິກິລິຍາ​ທີ່​ກ່ຽວ​ຂ້ອງ, ຈີນ ສະ​​ແດງ​ຄວາມ​ເສຍດາຍ ຕໍ່ໜ້າ​ເລື່ອງ ສ ​ເກົາຫຼີ ​ເປີດ​ກ້ວາງ ADIZ ຂອງ​ປະ​ເທດ​ນີ້. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ນັດ​ສາມັນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ​ໂຮ່ງ​ເລີ​ຍ ​ເນັ້ນ​ໜັກ​ວ່າ: ປັກ​ກິ​ງ ຈະ​ສືບ​ຕໍ່​ຕິດພົວພັນຕໍ່​ກັບ ​ເຊີ​ອູ​ນ ​ໂດຍ​ອີງ​ບົນ​ຄວາມ​ສະ​ເໝີ​ພາບ ​ແລະ ​ເຄົາລົບ​ນັບຖື​ເຊິ່ງກັນ ​ແລະ ກັນ.

    ສ່ວນ​ທ່ານນາງ​ປະທານາທິບໍດີ ສ ​ເກົາຫຼີ Park Geun – Hye ​ໄດ້​​ໃຫ້​ຂໍ້​ສັງ​ເກດ​ເມື່ອ​ວັນ​ທີ 9/12 ວ່າ: ​ເລື່ອງ​ເປີດ​ກ້ວາງ ADIZ ​ແມ່ນ​ເພື່ອ​ແນ​ໃສ່​ປົກ​ປ້ອງບັນ​ດາ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຢ່າງ​ສູ​ງສຸດ.