ປະຊາຊົນ ແລະ ເພື່ອນມິດສາກົນສືບຕໍ່ເຂົ້າໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

Chia sẻ
(VOVWORLD) - ພິທີກ່າວໄຫວ້ອາໄລໄດ້ຈັດຂຶ້ນໃນເວລາ 13 ໂມງ, ວັນທີ 26 ກໍລະກົດຢູ່ຫໍຈັດງານສົບແຫ່ງຊາດ, ເຮືອນເລກທີ 5 ຖະໜົນ ເຈິ່ນແທັງຕົງ. ພິທີສົ່ງສະການຈັດຂຶ້ນໃນເວລາ 15 ໂມງ ຂອງວັນດຽວກັນ, ຢູ່ສຸສານ ມາຍຢິກ, ນະຄອນ ຮ່າໂນ້ຍ.
ປະຊາຊົນ ແລະ ເພື່ອນມິດສາກົນສືບຕໍ່ເຂົ້າໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ  - ảnh 1(ປະຊົນລໍຖ້າໄດ້ເຂົ້າໄວ້ອາໄລຢູ່ຫໍຈັດງານສົບແຫ່ງຊາດ (ນະຄອນ ຮ່າໂນ້ຍ)

ຕອນເຊົ້າວັນທີ 26 ກໍລະກົດ, ພິທີວາງວງມາລາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສືບຕໍ່ຈັດຂຶ້ນແຕ່ 7 ໂມງຮອດ 13 ໂມງ, ຢູ່ຫໍຈັດງານສົບແຫ່ງຊາດ, ເຮືອນເລກທີ 5 ຖະໜົນ ເຈິ່ນແທັງຕົງ (ນະຄອນ ຮ່າໂນ້ຍ), ຫໍ ທົງເຍິດ (ນະຄອນ ໂຮ່ຈີມິນ) ແລະ ບ້ານວັດທະນະທຳຢູ່ ບ້ານ ລ້າຍດ່າ, ແສງ ດົງໂຮ້ຍ, ເມືອງ ດົງແອັງ, ຮ່າໂນ້ຍ. ພິທີກ່າວໄຫວ້ອາໄລໄດ້ຈັດຂຶ້ນໃນເວລາ 13 ໂມງ, ວັນທີ 26 ກໍລະກົດຢູ່ຫໍຈັດງານສົບແຫ່ງຊາດ, ເຮືອນເລກທີ 5 ຖະໜົນ ເຈິ່ນແທັງຕົງ. ພິທີສົ່ງສະການຈັດຂຶ້ນໃນເວລາ 15 ໂມງ ຂອງວັນດຽວກັນ, ຢູ່ສຸສານ ມາຍຢິກ, ຄອນ ຮ່າໂນ້ຍ.

ເຖິງວ່າບັນດາຈຸດຕຳຫຼວດຈາລະຈອນເວນຍາມເສັ້ນທາງໄດ້ແຈ້ງວ່າ, ຮອດເວລາ 11 ໂມງ 15 ນາທີ ຈະປິດຈຸດເພື່ອກະກຽມໃຫ້ພິທີກ່າວໄຫວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນເວລາ 13 ໂມງຂອງວັນທີ 26 ກໍລະກົດ ກໍຕາມ, ແຕ່ຮອດເວລາ 11 ໂມງ, ຢູ່ບັນດາເສັ້ນທາງເຂົ້າໄປຫໍຈັດງານສົບທ່ານເລຂາທິການໃຫຍ່, ຍັງມີຫຼາຍຄົນລໍຖ້າເພື່ອຈະໄດ້ເຂົ້າໄວ້ອາໄລທ່ານເລຂາທິການໃຫຍ່ຢູ່.

 ທ່ານເລຂາທິການໃຫຍ່ແມ່ນການນຳສະຫຼາດສ່ອງໃສ, ພິເສດແມ່ນໄດ້ສ້າງປະເທດຊາດໃຫ້ໝັ້ນຄົງ, ເຂັ້ມແຂງ, ສັຄົມຍຸຕິທຳ, ປະຊາທິປະໄຕ, ສີວິໄລ. ພວກຂ້າພະເຈົ້າລໍຖ້າໄດ້ພົບກັບເພີ່ນເທື່ອສຸດທ້າຍ. ນີ້ແມ່ນສິ່ງທີ່ພວກຂ້າພະເຈົ້າມຸ່ງຫວັງ, ສະນັ້ນ, ເປັແນວໃດກໍ່ຕ້ອງລໍຖ້າເພື່ອໄດ້ເຂົ້າໄວ້ອາໄລເພີ່ນ.”

 “ພວກຂ້າພະເຈົ້າມາຢືນລຽນແຖວເພື່ອໄວ້ອາໄລເພີ່ນນນັບແຕ່ 1 ໂມງເຊົ້. ໂສກເສົ້າເສຍໃຈຫຼາຍ, ພຽງແຕ່ຢາກໄດ້ມາສົ່ງເພີ່ນໄສູ່ສຸຄະຕິ.”

ປະຊາຊົນ ແລະ ເພື່ອນມິດສາກົນສືບຕໍ່ເຂົ້າໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ  - ảnh 2(ຄະນະຜູ້ແທນ ມາເລເຊຍ ໂດຍທ່ານຮອງນາຍົກລັດຖະມົນຕີ ມາເລເຊຍ ນຳໜ້າ ເຂົ້າໄວ້ອາໄລທ່ານເລຂາທິການໃຫຍ່ຢູ່ຫໍຈັດງານສົບແຫ່ງຊາດ)

ກ່ອນໜ້ານັ້ນ, ໄລ່ຮອດເວລາ 9 ໂມງຂອງວັນທີ 26 ກໍລະກົດ, ຄະນະຈັດພິທີໃຫ້ຮູ້ວ່າ, ນອກຈາກປະຊາຊົນຮັບໝື່ນໆຄົນເຂົ້າໄວ້ອາໄລແລ້ວ, ມີຄະນະຜູ້ແທນມາຈາກບັນດາທ້ອງຖິ່ນ, ສະມາຄົມ, ໝູ່ຄະນະ, ອົງການຈັດຕັ້ງສາກົນມີປະມານ 26 ຄະນະ, ໃນນັ້ນ, ມີຄະນະຜູ້ແທນ ມາເລເຊຍ ໂດຍທ່ານຮອງນາຍົກລັດຖະມົນຕີ ມາເລເຊຍ ນຳໜ້າ, ຄະນະຜູ້ແທນ ຟີລິບປິນ, ຄະນະຜູ້ແທນພັກກອມມູນິດ ອັງກິດ, ຄະນະຜູ້ແທນສະພາແຫ່ງຊາດ ເບລາຣຸດ ເຂົ້າໄວ້ອາໄລທ່ານເລຂາທິການໃຫຍ່ຢູ່ຫໍຈັດ ງານສົບແຫ່ງຊາດ, ເຮືອນເລກທີ 5 ຖະໜົນ ເຈິ່ນແທັງຕົງ.

ປະຊາຊົນ ແລະ ເພື່ອນມິດສາກົນສືບຕໍ່ເຂົ້າໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ  - ảnh 3(ປະຊົນໄດ້ລ້ຽນແຖວລໍຖ້າໄດ້ເຂົ້າໄວ້ອາໄລຢູ່ຫໍ ທົງເຍິດ (ນະຄອນ ໂຮ່ຈີມິນ)

        ຕາມຄະນະຈັດພິທີງານສົບແລ້ວ, ໄລ່ຮອດເວລາ 12 ໂມງ 30 ນາທີ ຂອງວັນທີ 26 ກໍລະກົດ, ມີຄະນະຜູ້ແທນຕາງໜ້າບັນດາອົງການ, ໝູ່ຄະນະສູນກາງ, ທ້ອງຖິ່ນ, ກົມກອງກຳລັງປະກອບອາວຸດປະຊາຊົນ, ຜູ້ຊົງຄຸນວຸດທິ, ນັກປັນຍາຊົນ, ຜູ້ມີຍົດສັກຕຳແໜ່ງທາງສາສະໜາ ເກືອບ 6.000 ຄະນະ, ຄະນະຜູ້ແທນສາກົນ 100 ຄະນະ, ພໍ່ແມ່ປະຊາຊົນ, ເພື່ອນສະຫາຍປະມານ 250.000 ຄົນໄດ້ມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ມີປະຊາຊົນ, ພະນັກງານ, ນັກຮົບກຳລັງປະກອບອາວຸດເກືອບ 500.000 ເທື່ອຄົນໄດ້ແບ່ງເບົາຄວາມເສົ້າສະຫຼົດໃຈຜ່ານປື້ມໄວ້ອາໄລເອເລັກໂຕນິກ.

ຕອບກັບ