ປະຊາຄົມໂລກມານະພະຍາຍາມຊຸກຍູ້ຄຳສັ່ງຢຸດຍິງຢູ່ເຂດກາຊາ

Chia sẻ
ບັນດາ​ຄວາມ​ມານະ​ພະຍາຍາມ​ທາງ​ການ​ທູດ​ພວມ​ໄດ້​ຮັບ​ການ​ຊຸກຍູ້​ຢ່າງ​ແຮງ​ຢູ່ ຕາ​ເວັນ​ອອກ​ກາງ ​ເພື່ອ​ແນ​ໃສ່​ຊອກ​ຫາ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ເຂດ ກາຊາ
ປະຊາຄົມໂລກມານະພະຍາຍາມຊຸກຍູ້ຄຳສັ່ງຢຸດຍິງຢູ່ເຂດກາຊາ - ảnh 1
ທ່ານ​ເລຂາ​ທິການ​ໃຫຍ່ ສປຊ Ban Ki Moon ​ໄດ້​ໄປ​ຍັງ​ຕາ​ເວັນ​ອອກ​ກາງ ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ຢຸດຕິ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ເຂດ ກາຊາ

(vovworld) – ບັນດາ​ຄວາມ​ມານະ​ພະຍາຍາມ​ທາງ​ການ​ທູດ​ພວມ​ໄດ້​ຮັບ​ການ​ຊຸກຍູ້​ຢ່າງ​ແຮງ​ຢູ່ ຕາ​ເວັນ​ອອກ​ກາງ ​ເພື່ອ​ແນ​ໃສ່​ຊອກ​ຫາ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ເຂດ ກາຊາ ພາຍຫຼັງ ອິດ​ສະຣາ​ແອນ ປະຕິບັດ​ບັ້ນ​ບຸກ​ໂຈມ​ຕີ​ທາງບົກ ​ເຮັດ​​ໃຫ້​ຈຳນວນ​ຜູ້​ຖືກ​​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ​ເພີ່ມ​ຂຶ້ນ​ສູງ.

    ວັນ​ທີ 19/7, ທ່ານ​ເລຂາ​ທິການ​ໃຫຍ່ ສປຊ Ban Ki Moon ​ໄດ້​ໄປ​ຍັງ​ຕາ​ເວັນ​ອອກ​ກາງ ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ຢຸດຕິ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ເຂດ ກາຊາ. ບັນດາ​ປະ​ເທດ​ສະມາຊິກ ອີ​ຢູ ກໍ່​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຕໍ່​ສະພາບ​ການ​​ໃຊ້​ຄວາມ​ຮຸນ​ແຮງ​ບິນ​ຂັ້ນ​ໄດ​ຢູ່​ເຂດ ກາຊາ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຢຸດ​ຍິງ​​ໃນ​ທັນທີ. ທ່າ​ນນາງ Federica Mogherini, ລັດຖະມົນຕີ​ການ​ຕ່າງປະ​ເທດ ອີ​ຕາ​ລີ, ປະ​ເທດ​ພວມ​ເປັນ​ປະທານຜັດ​ປ່ຽນ ອີ​ຢູ, ​ໄດ້​ມີ​ການ​ປະຕິບັດ​ງານ​ເຖິງ ຈໍ​ແດນ ​ແລະ ອີ​ຢິບ ​ໃນ​ວັນ​ທີ 17 – 18/7 ​ເພື່ອ​ປຶ​ກສາ​ຫາລື​ກ່ຽວ​ກັບ​ຂໍ້ສ​ະ​ເໜີ​ຢຸດ​ຍິງດັ່ງກ່າວ. ວັນ​ທີ 18/7, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່ານ​ນາຍົກລັດຖະມົນຕີ ອິດສະຣາ​ແອນ Benjamin Netanyah, ທ່ານ Obama ​ໄດ້ສະ​ແດງຄວາມ​ວິຕົກ​ວັງ​ວົນຕໍ່​ບັນດາຜົນ​ຮ້າຍ​ຈາກການ​ປະ​ທະ​ກັນທີ່​ພວມ​ແຜ່​ລາມ​ອອກ​ຢ່າງ​ກ້ວາງ​ຂວາງ​ຢຸ່​ເຂດ ກາຊາ ​ແລະ ຫວັງ​ວ່າ ອິດສະຣາ​ແອນ “ຈະ​ປະຕິບັດ​ວິວັດ​ການ​ປະຈຸ​ບັນ​ຕາມ​ວິທີຈຳ​ກັດຜົນ​ເສຍ​ຫາຍ​ທີ່​ມີ​ຕໍ່​ສາມັນ​ຊົນ​ຢ່າງສູງ​ສຸດ”.