ປະຊາຄົມສາກົນເຊື່ອໝັ້ນ ຫວຽດນາມ ຈະປະຕິບັດວິໄສທັດ 2045 ໃຫ້ປະກົດຜົນເປັນຈິງ

Chia sẻ
(VOVWORLD) - ທ່ານ Andrew Goledzinowski, ເອກອັກຄະລັດຖະທູດ ອົດສະຕາລີ ຢັ້ງຢືນວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນຂອງ ອົດສະຕາລີ.
ປະຊາຄົມສາກົນເຊື່ອໝັ້ນ ຫວຽດນາມ ຈະປະຕິບັດວິໄສທັດ 2045 ໃຫ້ປະກົດຜົນເປັນຈິງ - ảnh 1ທ່ານ Denny Abdi, ເອກອັກຄະລັດຖະທູດ ອິນໂດເນເຊຍ
(ພາບ:Nguyễn Việt/TTXVN)

ປີ 2023, ແມ່ນຂີດໝາຍພິເສດ ເມື່ອ ຫວຽດນາມ ສະເຫຼີມສະຫຼອງປີຄູ່ແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສ້າງການພົວພັນຄູ່ຮ່ວມມືກັບຫຼາຍປະເທດໃນໂລກ. ເນື່ອງໃນໂອກາດນີ້, ເອກອັກຄະລັດຖະທູດຂອງປະເທດ ປະຈຳ ຫວຽດນາມ ຈຳນວນໜຶ່ງໄດ້ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະປະຕິບັດວິໄສທັດ 2045 ກາຍເປັນປະເທດມີລາຍຮັບສູງໃຫ້ປະກົດຜົນເປັນຈິງ, ປະກອບສ່ວນຫຼາຍຢ່າງເຂົ້າໃນຄວາມສະຖຽນລະພາບ, ການພັດທະນາຂອງພາກພື້ນ ແລະ ຢູ່ໃນໂລກ. ທ່ານ Denny Abdi, ເອກອັກຄະລັດຖະທູດ ອິນໂດເນເຊຍ ໄດ້ເນັ້ນໜັກວ່າ ບັນດາຜົນສຳເລັດອັນໃຫຍ່ຫຼວງຂອງ ຫວຽດນາມ ໃນການພັດທະນາເສດຖະກິດຫຼາຍທົດສະວັດຜ່ານມາ ຈະຊຸກຍູ້ທ່ວງທ່າ ພັດທະນາ, ມຸ່ງໄປເຖິງການຫັນວິໄສທັດກາຍເປັນປະເທດມີລາຍຮັບສູງໃນປີ 2045 ໃຫ້ປະກົດຜົນເປັນຈິງ. ທ່ານ Andrew Goledzinowski, ເອກອັກຄະລັດຖະທູດ ອົດສະຕາລີ ຢັ້ງຢືນວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນຂອງ ອົດສະຕາລີ. ຕາມທ່ານເອກອັກຄະລັດຖະທູດ ອົດສະຕາລີ ແລ້ວ, ຫວຽດນາມ ກາຍເປັນປະເທດມີປະຊາກອນຫຼາຍທີ 15 ໃນໂລກ, ແມ່ນພື້ນຖານເສດຖະກິດພັດທະນາໄວທີ່ສຸດຢູ່ ອາຊີ. ທຸກໆປະເທດລ້ວນແຕ່ໄດ້ເອົາໃຈໃສ່ ຫວຽດນາມ ເປັນພິເສດ.

        ໃນຂະນະນັ້ນ, ທ່ານ Kees van Baar, ເອກອັກຄະລັດຖະທູດ ໂຮນລັງ ຖືວ່າ: ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ແມ່ນສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ ດຶງດູດກ່ວາສຳລັບ ບັນດາວິສາຫະກິດ ຕ່າງປະເທດ. ທ່ານເອກອັກຄະລັດຖະທູດ ໄດ້ຢັ້ງຢືນວ່າ: ໂຮນລັງ ຈະຮ່ວມເດີນທາງພ້ອມກັບ ຫວຽດນາມ, ຊ່ວຍ ຫວຽດນາມ ສາມາດສ້າງເຄື່ອງໝາຍຂອງຕົນໃນຕະຫຼາດສົ່ງອອກ ແລະ ສືບຕໍ່ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງ ສະຫະພາບ ເອີລົບ (EU) ໃນໄລຍະຈະມາເຖິງ.

ຕອບກັບ