ປະ​ຊາ​ຄົມ​ສາ​ກົນ ຕຳ​ໜິ​ຕິ​ຕຽນ​ການ​ກະ​ທໍ​າ​ຂອງ ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ ເຊິ່ງໄດ້​ກໍ່​ຄວາມ​ສັບ​ສົນ​ແກ່​ສະ​ພາບ​ການ​ໃນ​ພາກ​ພື້ນ

Chia sẻ
(VOVWORLD) - ໃນຊຸມວັນຜ່ານມາ, ປະຊາຄົມສາກົນ ໄດ້ສະແດງທັດສະນະຄັດຄ້ານບັນດາການກະທຳຫຼ້າສຸດຂອງ ຈີນ ຢູ່ ທະເລຕາເວັນອອກ, ໃນນັ້ນ ມີການຖະແຫຼງການຮັບປະກັນການປະຕິບັດຄຳສັ່ງຫ້າມຈັບຫາປາ ເຊິ່ງໄດ້ມີຜົນສັກສິດແຕ່ວັນທີ 1 ພຶດສະພາ 2021 ໃນເຂດທະເລທີ່ມີຂອບເຂດລວມທັງ ເຂດອ່າວພາກເໜືອ ແລະ ໝູ່ເກາະ ຮວ່າງຊາ ຂຶ້ນກັບອະທິປະໄຕຂອງ ຫວຽດນາມ, ສືບຕໍ່ຈັດສົ່ງກ່ຳປັ່ນມາເຄື່ອນໄຫວຢູ່ ຫາດບາເດົ່າ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ.
ປະ​ຊາ​ຄົມ​ສາ​ກົນ ຕຳ​ໜິ​ຕິ​ຕຽນ​ການ​ກະ​ທໍ​າ​ຂອງ ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ ເຊິ່ງໄດ້​ກໍ່​ຄວາມ​ສັບ​ສົນ​ແກ່​ສະ​ພາບ​ການ​ໃນ​ພາກ​ພື້ນ - ảnh 1ກໍ່າປັ່ນ ຈີນ ເຄື່ອນໄຫວຢູ່ ທະເລຕາເວັນອອກ (ພາບ: AFP/TTXVN)
ຟີລິບປິນ ໄດ້ຍື່ນສະເໜີຈົດໝາຍທາງການວ່າດ້ວຍການຄັດຄ້ານ ຕື່ມອີກ 2 ສະບັບ, ໂດຍຖືວ່າ ບັນດາການເຄື່ອນໄຫວຂອງ ຈີນ ຢູ່ທະເລຕາເວັນອອກ ໄດ້ກໍ່ຄວາມຂາດສະຖຽນລະພາບ ແລະ ສົ່ງຜົນເສຍຫາຍຕໍ່ການຊຸກຍູ້ການສ້າງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ພ້ອມທັງ ຮຽກຮ້ອງ ປັກກິ່ງ ຕ້ອງເຄົາລົບ UNCLOS 1982.


ໃນປຶ້ມປົກຂຽວການທູດ ປີ 2021 ທີ່ຫາກໍປະກາດຫວ່າງມໍ່ໆມານີ້, ລັດຖະບານ ຍີ່ປຸ່ນ ໄດ້ເນັ້ນໜັກເຖິງຄວາມວິຕົກກັງວົນຕໍ່ການເຄື່ອນໄຫວຂະຫຍາຍການທະຫານຂອງ ຈີນ ກໍຄືບັນດາການເຄື່ອນໄຫວທີ່ນັບມື້ນັບເພີ່ມຂຶ້ນຂອງປະເທດນີ້ ຢູ່ ທະເລຕາເວັນອອກ ແລະ ທະເລຮວາຕຸງ.

ໃນຂະນະນັ້ນ, ສະຫະພາບເອີຣົບ (ອີຢູ) ໄດ້ສະແດງຄວາມວິຕົກກັງວົນຕໍ່ການເຄື່ອນໄຫວຂອງກ່ຳປັ່ນ ຈີນ ຢູ່ເຂດຕ່າງໆໃນທະເລຕາເວັນອອກ ອັນໄດ້ນາບຂູ່ເຖິງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ອີຢູ ຊີ້ແຈ້ງເຖິງການສະໜັບສະໜູນວິວັດການໂດຍ ອາຊຽນ ນຳພາ ແນໃສ່ມຸ່ງໄປເຖິງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ ແລະ ມີລັກສະນະຜູກມັດທາງນິຕິກຳ, ບໍ່ກໍ່ຜົນເສຍຫາຍຕໍ່ຜົນປະໂຫຍດຂອງບັນດາຝ່າຍທີສາມ. 

ຕອບກັບ