ປະກາດລາງວັນວິທະຍາສາດ ອາຊຽນ - ອາເມລິກາ ສະຫງວນໃຫ້ບັນດານັກວິທະຍາສາດຍິງ

Chia sẻ
(VOVWORLD) -  ລາງວັນວິທະຍາສາດ ອາຊຽນ - ອາເມລິກາ ໄດ້ຮັບການສ້າງຂຶ້ນນັບແຕ່ປີ 2014 ເປັນຕົ້ນມາ ເຊິ່ງສະຫງວນໃຫ້ບັນດານັກວິທະຍາສາດຍິງ ເພື່ອແນໃສ່ເຊີດຊູບັນດານັກວິທະຍາສາດຍິງທີ່ມີຄວາມສາມາດບົ່ມຊ້ອນ ຍ້ອນມີຜົນງານໃນການຮ່ຳຮຽນ ແລະ ວິຊາສະເພາະຂອງເຂົາເຈົ້າ.
ປະກາດລາງວັນວິທະຍາສາດ ອາຊຽນ - ອາເມລິກາ ສະຫງວນໃຫ້ບັນດານັກວິທະຍາສາດຍິງ - ảnh 1ທ່ານນາງ ປອ Chan Yoke Fun (ພາບ:  asianscientist.com)

  ວັນທີ 31 ສິງຫາ, ຄະນະກຳມະການວິທະຍາສາດ, ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ ອາຊຽນ (COSTI), ລັດຖະບານ ອາເມລິກາ ໂດຍຜ່ານອົງການພັດທະນາສາກົນ ອາເມລິກາ (USAID) ແລະ ຫ້ອງທົດລອງ Underwriters ໄດ້ປະກາດລາງວັນວິທະຍາສາດ ອາຊຽນ - ອາເມລິກາ ເຊິ່ງສະຫງວນໃຫ້ບັນດານັກວິທະຍາສາດຍິງປີ 2020 ດ້ວຍຫົວຂໍ້ທີ່ວ່າ ເບິ່ງແຍງດູແລສຸຂະພາບໃນທາງປ້ອງກັນ. ທ່ານນາງ ປອ Chan Yoke Fun, ຊາວ ມາເລເຊຍ ໄດ້ຮັບລາງວັນທີໜຶ່ງ ທີ່ມີມູນຄ່າ 20.000 USD, ໃນຂະນະນັ້ນ ທ່ານນາງ ປອ Shefaly Shorey ຊາວ ສິງກະໂປ ກໍ່ໄດ້ຮັບລາງວັນກຽດຕິຍົດທີ່ມີມູນຄ່າ 5.000 USD.

        ລາງວັນວິທະຍາສາດ ອາຊຽນ - ອາເມລິກາ ໄດ້ຮັບການສ້າງຂຶ້ນນັບແຕ່ປີ 2014 ເປັນຕົ້ນມາ ເຊິ່ງສະຫງວນໃຫ້ບັນດານັກວິທະຍາສາດຍິງ ເພື່ອແນໃສ່ເຊີດຊູບັນດານັກວິທະຍາສາດຍິງທີ່ມີຄວາມສາມາດບົ່ມຊ້ອນ ຍ້ອນມີຜົນງານໃນການຮ່ຳຮຽນ ແລະ ວິຊາສະເພາະຂອງເຂົາເຈົ້າ. ລາງວັນວິທະຍາສາດ ອາຊຽນ - ອາເມລິກາ ປີ 2021 ມີຫົວຂໍ້ວ່າ “ອາກາດປອດໃສ ແລະ ນ້ຳສະອາດ”.

ຕອບກັບ