ປະ​ກາດ “ອາ​ຊີບ​ຜະ​ລິດ​ເກືອ​ຢູ່ ບາກ​ລຽວ” ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ

Chia sẻ
(VOVWORLD) -ວັນທີ 31 ທັນວາ, ຢູ່ ເມືອງ ດົງຫາຍ, ແຂວງບາກລຽວ ຂອງ ຫວຽດນາມ ໄດ້ດຳເນີນພິທີປະກາດ ແລະ ຮັບໃບຢັ້ງຢືນ “ອາຊີບຜະລິດເກືອຢູ່ ບາກລຽວ” ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ຈາກທ່ານລັດຖະມົນຕີກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ຫວຽດນາມ.
ປະ​ກາດ “ອາ​ຊີບ​ຜະ​ລິດ​ເກືອ​ຢູ່ ບາກ​ລຽວ” ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ - ảnh 1ພິທີປະກາດ ແລະ ຮັບໃບຢັ້ງຢືນ “ອາຊີບຜະລິດເກືອຢູ່ ບາກລຽວ” ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ຈາກທ່ານລັດຖະມົນຕີກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ຫວຽດນາມ 

ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານຄະນະກຳມະການປະຊາຊົນ ແຂວງ ບາກລຽວ ກາວຊວັນທູເວິນ ຢັ້ງຢືນວ່າ:  ເລື່ອງ ອາຊີບຜະລິດເກືອຢູ່ ບາກລຽວ ໄດ້ຮັບຮອງເອົາເປັນ ມໍລະດົກວັດທະນະທຳບໍ່ເປັນວັດຖຸ ລະດັບຊາດນັ້ນ ບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນ ບາກລຽວ ເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນຢ່າງແທດຈິງ ເຂົ້າໃນການຮັກສາຄວາມອຸດົມສົມບູນ ແລະ ຫຼາກຫຼາຍຂອງ ສາງມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ ຫວຽດນາມອີກດ້ວຍ. ນີ້ກໍແມ່ນໂອກາດເພື່ອໃຫ້ເພື່ອນມິດພາຍໃນ ແລະ ສາກົນ ມີຄວາມເຂົ້າໃຈຕື່ມອີກ ກ່ຽວກັບຄວາມງາມ, ວັດທະນະທຳຂອງເຂດດິນແດນແຄມທະເລ ຮວ່າບິ່ງ, ດົງຫາຍ ເວົ້າສະເພາະ ແລະ ເຂດດິນແດນ ບາກລຽວ ເວົ້າລວມ.


ຕອບກັບ