ປຸກລະ​ດົມ​ໂຄງ​ການ​ຕີ​ລາ​ຄາ, ປະ​ກາດ​ວິ​ສາ​ຫະ​ກິດ​ຍືນ​ຍົງ​ປີ 2023

Chia sẻ
(VOVWORLD) - ຕອນເຊົ້າວັນທີ 31 ພຶດສະພາ ຢູ່ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ປຸກລະດົມໂຄງການຕີລາຄາ, ປະກາດບັນດາວິສາຫະກິດພັດທະນາແບບຍືນຍົງ ຢູ່ ຫວຽດນາມ ປີ 2023 (CSI 2023). 
ປຸກລະ​ດົມ​ໂຄງ​ການ​ຕີ​ລາ​ຄາ, ປະ​ກາດ​ວິ​ສາ​ຫະ​ກິດ​ຍືນ​ຍົງ​ປີ 2023 - ảnh 1ພິທີປຸກລະດົມ (ພາບ: VOV)

 ໂຄງການດັ່ງກ່າວຖືກຈັດຂຶ້ນເພື່ອແນໃສ່ຮັບຮູ້, ຍ້ອງຍໍຊົມເຊີຍບັນດາວິສາຫະກິດທີ່ປະຕິບັດການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບຢູ່ທັງ 3 ແງ່ມູມ: ເສດຖະກິດ, ສັງຄົມ, ສິ່ງແວດລ້ອມ. ປີນີ້, ປະມວນດັດຊະນີ CSI ເພື່ອຕີລາຄາວິສາຫະກິດທີ່ໄດ້ຮັບການປັບປຸງ, ເພີ່ມເຕີມດ້ານໂຄງປະກອບຕາມທິດຫັນເປັນຄຸນນະພາບ, ລະອຽດ, ສຳຜັດໄດ້ງ່າຍດ້ວຍ 130 ດັດຊະນີ. ພ້ອມທັງເລັ່ງໃສ່ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ດ້ວຍບັນດາປັດໄຈພົ້ນເດັ່ນ. ທ່ານ ຫງວຽນກວາງວິງ, ຮອງປະທານສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໃຫ້ຮູ້ວ່າ:

        “ພວກເຮົານຳໃຊ້ປະມວນດັດຊະນີດັ່ງກ່າວ ເພື່ອຄັດເລືອກເອົາວິສາຫະກິດ 100 ແຫ່ງ ທີ່ພັດທະນາແບບຍືນຍົງຂອງທຸກໆປີ. ທີ່ຈິງແລ້ວ ບໍ່ແມ່ນເພື່ອມອບລາງວັນເທົ່ານັ້ນ, ສຳຄັນກວ່ານັ້ນ ແມ່ນເບື້ອງຫຼັງຂອງປະມວນມາດຖານດັ່ງກ່າວ, VCCI ປາດຖະໜາວ່າ ນັບມື້ນັບມີວິສາຫະກິດຫຼາຍແຫ່ງຈະນຳໃຊ້ປະມວນດັດຊະນີດັ່ງກ່າວເພື່ອວັດແທກ, ເພື່ອສົມທຽບ ແລະ ຕີລາຄາລັກສະນະຍືນຍົງຂອງວິສາຫະກິດຕົນຄືແນວໃດ”.

ຕອບກັບ