ປີ 2012 ໂລກຖືກເສຍຫາຍຈາກ ໄພທຳມະຊາດ 160 ຕື້ USD

Chia sẻ

ປີ 2012 ​ໂລກ​ຖືກ​ເສຍ​ຫາຍຈາກ​ໄພ​ທຳ​ມະ​ຊາດ 160 ຕື້ USD ​

ປີ 2012 ໂລກຖືກເສຍຫາຍຈາກ ໄພທຳມະຊາດ 160 ຕື້ USD  - ảnh 1

(ພາບປະກອບ)

(vovworld) -  160 ຕື້ USD ​ນັ້ນແມ່ນ​ຜົນ​ເສຍ​ຫາຍ​ທີ່​ທົ່ວ​ໂລກ​ຕ້ອງຮັບ​ໂດຍ​ໄພ​ທຳມະ​ຊາດ​ກໍ່​ຂຶ້ນ​ໃນ​ປີ 2012. ຕາມ​ຕົວ​ເລກ​ສະຖິຕິ​ໂດຍບໍລິສັດ​ປະກັນ​ໄພ​ອັນ​ດັບ​ໜຶ່ງ​ໃນ​ໂລກ Munich Re ຂອງ​ເຢຍລະ​ມັນ ຍົກ​ອອກ​ເມື່ອວັນ​ທີ 3/1, ຍອດ​ມູນ​ຄ່າ​ເສຍ​ຫາຍ​ໂດຍ​ໄພ​ທຳ​ມະ​ຊາ​ດກໍ່​ຂຶ້ນ​ໃນ​ປີ 2012 ​ແມ່ນຕ່ຳ​ກ່ວາ​ທົບ​ປະມານ 2,5 ​ເທົ່າ​ເມື່ອ​ທຽບ​ກັບ​ປີ 2011 (400 ຕື້ USD). ປີ 2012, ​ໄພ​ທຳ​ມະ​ຊາ​ເຮັດ​ໃຫ້ 9500 ຄົນ​ເສຍ​ຊີວິດ ​ໃນ​ຂະນະ​ທີ່​ຕົວເລກ​ດັ່ງກ່າວ​ໃນ​ປີ 2011 ​ແມ່ນ​ກ່ວາ 27.000 ຄົນ. Munich Re ຄາດ​ຄະ​ເນ​ວ່າ, ​ໃນ​ປີ 2013 ​ໂລກ​ອາດ​ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສະພາບ​ດິນ​ຟ້າ​ອາກາດ​ທີ່​ຮ້າຍ​ແຮງ ຊື່​ງຈະ​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ, ​ໃນ​ນັ້ນໄພ​ແຫ້ງ​ແລ້​ງມີ​ໄພ​ຈະ​ເພີ່ມ​ຂຶ້ນ. ຄຽງ​ຄູ່​ກັນນັ້ນ,​ ສະພາບ​ນ້ຳທະ​ເລ​ຂຶ້ນ​ສູງ​ຍ້ອນ​ຜົນ​ສະທ້ອນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ກໍ່​ຈະພສ​ໃຫ້ໄພ​ເກີດ​ພະຍຸ​ທີ່​ຮ້າຍແຮງຄັ້ງຕ່າງໆ​ຢູ່​ຫຼາຍ​ແຫ່ງ​ໃນ​ໂລກ.